ເຈົ້າເມືອງອາດສະພອນ ລົງຊຸກຍູ້ຕິດຕາມການກໍ່ສ້າງ – ສ້ອມແປງເສັ້ນທາງ

237

ທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງມີ ທ່ານ ຄຳມາ ທຳມະວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ( ຍທຂ )ເມືອງ, ທ່ານ ຄອງມາ ເຮົ້າຄອງຄູນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ໄດ້ລົງຕິດຕາມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ 2 ເສັ້ນ ເມື່ອວັນທີ 13 ມັງກອນ 2020 ຄື: ເສັ້ນທາງຈາກເທສະບານເມືອງອາດສະພອນ ຫາ ທາງເລກທີ 9 ( ເມືອງອາດສະພັງທອງ – ເມືອງອາດສະພອນ ) ແລະ ເສັ້ນທາງຈາກເທສະບານເມືອງອາດສະພອນ ຫາ ທາງເລກທີ 10 ໄລຍະທາງ 23 ກິໂລແມັດ.

ທ່ານ ໂຈມມາ ຄອຍສົມບັດ ຮອງຫົວໜ້າຫ້ອງການ ຍທຂ ເມືອງ ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນຈາກເທສະບານເມືອງອາດສະພອນ ຫາ ທາງເລກທີ 9 ( ເມືອງອາດສະພັງທອງ ) ແລະ ເສັ້ນທາງຈາກເທສະບານເມືອງອາດສະພອນ ຫາ ທາງເລກທີ 10 ແຂວງສະຫວັນນະເຂດ ໄດ້ເລີ່ມດຳເນີນການມາແຕ່ປີ 2018 ຮອດປັດຈຸບັນແມ່ນກຳລັງຢູ່ໃນຂັ້ນຕອນການດຳເນີນການກໍ່ສ້າງຕາມເຕັກນິກວິຊາການ.

ແຕ່ກໍຍ້ອນສະພາບຜົນກະທົບຈາກໄພທຳມະຊາດ ເກີດມີໄພນ້ຳຖ້ວມໃນໄລຍະກາງປີທີ່ຜ່ານມາ ເຮັດໃຫ້ຫຍຸ້ງຍາກຫຼາຍດ້ານການກໍ່ສ້າງຈຶ່ງໄດ້ຢຸດຊົ່ວຄາວ ເຊິ່ງສົ່ງຜົນໃຫ້ມີການແກ່ຍາວເວລາໃນການດຳເນີນການກໍ່ສ້າງ. ສຳລັບການກໍ່ສ້າງເສັ້ນທາງຈາກເທສະບານເມືອງອາດສະພອນ ຫາທາງເລກທີ 9 ມີ ໄລຍະທາງລວມ 24 ກິໂລແມັດ, ມີຂົວ 3 ແຫ່ງ ປັດຈຸບັນແມ່ນຢູ່ໃນຂັ້ນຕອນການປັບລະດັບ ບໍ່ວ່າຈະເປັນຄວາມສູງຂອງທາງ, ຄວາມກວ້າງຂອງໜ້າທາງ ແລະ ຮ່ອງລະບາຍນ້ຳ ໃຫ້ຖືກຕາມເຕັກນິກວິຊາການ.

ສ່ວນເສັ້ນທາງຈາກເທສະບານເມືອງອາດສະພອນ ຫາ ທາງເລກທີ 10 ໄລຍະທາງ 23 ກິໂລແມັດ ແລະ ມີຈຸດວາງທໍ່ຜ່ານທາງບາງຈຸດ. ໃນນັ້ນ, ໄດ້ມີການວາງທໍ່ຜ່ານທາງແລ້ວ 08 ຈຸດ ເຊິ່ງການກໍ່ສ້າງສ້ອມແປງເສັ້ນທາງດັ່ງກ່າວນີ້ແມ່ນ ບໍລິສັດ ຄູນໄຊພັດທະນາ ເປັນຜູ້ຮັບເໝົາກໍ່ສ້າງ.