ເລີດ! ງານຖ່າຍໂຄສະນາໃໝ່ຂອງສາວ ນຸ້ຍ ສຸພາພອນ ສົມວິຈິດ

340

ວ້າວໆ ວ້າວ ງານນີ້ເອົາໃຈໜຸ່ມໆໄປເຕັມໆກັບງານທໍາອິດຂອງປີ 2020 ຂອງ ສາວ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ທີ່ສາວ ນຸ້ຍ ເຜີຍຄວາມງາມ ແລະ ເຊັກຊີ້ສຸດໆ ໃນການເປັນພຣີເຊັນເຕີ້ໂຄສະນາ.

ການໂຄສະນາໃນຄັ້ງນີ້ ສາວນຸ້ຍເປັນພຣີເຊັນເຕີ້ ຫຼື ແບບໃນການນໍາສະເໜີໂຮງແຮມ Crowne Plaza Vientiane ຄັ້ງນີ້ສາວນຸ້ຍ ໂພສວ່າ

“First job of the year ເບື້ອງຫຼັງການເປັນ Presenter ຖ່າຍໂຄສະນາໃຫ້ກັບ Crowne Plaza Vientiane”

ນີ້ຂະໜາດເປັນພາບເບື້ອງຫຼັງຍັງເຮັດໃຫ້ຫົວໃຈເຕັ້ນແຮງຂະໜາດນີ້ ກຽມຊົມບົດໂຄສະນາເຕັມໆໄດ້ເລີຍ ຮັບຮອງວ່າເອົາໃຈໄປຫຼາຍກວ່ານີ້ແນ່ນອນ…

ຊົມວິດີໂອໂຄສະນາເຕັມໄດ້ເລີຍ

ຕິດຕາມຜົນງານ ສາວ ນຸ້ຍ ສຸພາພອນໄດ້ຕະຫຼອດກັບພວກເຮົາເດີ້

.