ປ່າຢົງ ເຮີຫວ່າງຕົ່ວ ຄວ້າ 2 ລາງວັນຈາກເວທີປະກວດນາງສາວມົ້ງນາໆຊາດທີ່ປະເທດເພື່ອນບ້ານ

133

ຍິນດີນໍາ ສາວມົ້ງລາວ ປ່າຢົງ ເຮີຫວ່າງຕົ່ວ ຈາກແຂວງ ໄຊສົມບູນ ທີ່ໄດ້ໄປປະກວດໃນເວທີ ເພື່ອນບ້ານ ແລະ ສາມາດຄວ້າລາງວັນເຖິງ 2 ລາງວັນມາຝາກຄົນລາວ

ນາງສາວ ປ່າຢົງ ເຮີຫວ່າງຕົ່ວ ໄດ້ລາງວັນ 2 ຕຳແໜ່ງ ຄື ຮອງອັນດັບທີ່1 ນາງສາວມົ້ງນາໆຊາດ ແລະ ນາງສາວມົ້ງຍີ້ມງາມທີ່ສຸດ ເທີງເວທີປະກວດ ນາງສາວມົ້ງນາໆຊາດ ທີ່ ຈັງຫວັດ ຊຽງໃໝ່ ປະເທດໄທ 2020 ຮອບຕັດສິນວັນທີ 11 ມັງກອນ 2020 ຜ່ານມາ.

ປ່າຢົງ ເຮີຫວ່າງຕົ່ວ ອາຍຸ 20 ປີ ສູງ 158 ຊັງຕີແມັດ, ຮຽນຢູ່ ສະຖາບັນການເງິນປີ 2, ຢູ່ບ້ານ ຜາງົບ ເມືອງ ອານຸວົງ ແຂວງ ໄຊສົມບູນ