ທະນາຄານໂລກເຕືອນຄວາມສ່ຽງຈາກວິກິດໜີ້ຄັ້ງໃໝ່

71

ທະນາຄານໂລກອອກມາເຕືອນເຖິງຄວາມສ່ຽງຂອງວິກິດໜີ້ຄັ້ງໃຫຍ່ເນື່ອງຈາກຫຼັງການກູ້ຢືມເພີ່ມຂຶ້ນສູງສຸດໃນຮອບ50ປີໂດຍເປັນຈີນເປັນປະເທດທີ່ມີໜີ້ຫຼາຍທີ່ສຸດເພາະເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່.

ໂດຮຽກຮ້ອງໃຫ້ທະນາຄານກາງຂອງຫຼາຍປະເທດຄໍານຶງເຖິງອັດຕາດອກເບ້ຍທີ່ຕໍ່າເປັນປະຫວັດການນັ້ນອາດຈະບໍ່ພຽງພໍກັບການຮັບມືກັບການຫຼົ້ມສະຫຼາຍທາງການເງິນທີ່ຈະເກີດຂຶ້ນໃນວົງກວ້າງອີກຄັ້ງ.

ທະນາຄານໂລກລະບຸໃນບົດລາຍງານວ່າ:ມີການສ້າງໜີ້ທົ່ວໂລກແບ່ງເປັນ4ຄື້ນໃນໄລຍະ50ທີ່ຜ່ານມາໂດຍຄື້ນໃນປັດຈຸບັນເລີ່ມຂຶ້ນໃນປີ2010ນັ້ນເປັນຄັ້ງທີ່ທົ່ວໂລກມີການກູ້ຢືມເງິນຫຼາຍທີ່ສຸດ,ໄວທີ່ສຸດ ແລະ ເປັນວົງກວ້າງທີ່ສຸດນັບຕັ້ງແຕ່ປີ1970.

ຂະນະທີ່ອັດຕາດອກເບ້ຍທີ່ຕໍ່າຈະຊ່ວຍຫຼຸດຄວາມສ່ຽງບາງຢ່າງທີ່ກ່ຽວກັບພາລະໜີ້ໃນລະດັບສູງ,ແຕ່ຄື້ນການສ້າງໜີ້3ຮອບກ່ອນໜ້ານີ້ໄດ້ສິ້ນສຸດລົງໂດຍເກີດວິກິດການເງິນຂຶ້ນທັງໃນປະເທດກໍາລັງພັດນະ ແລະ ປະເທດຕະຫຼາດຈະເລີນໃໝ່.