ປັດຈຸບັນມີກວ່າ 800 ບໍລິສັດເອກະຊົນ ເຂົ້າມາລົງທຶນຢູ່ລາວ

359

ໂດຍອີງຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລັດຖະບານໄດ້ເປີດກວ້າງໃຫ້ບໍລິສັດທັງພາຍ ແລະ ຕ່າງປະເທດເຂົ້າມາລົງທຶນຫຼາຍຂຶ້ນ, ເຊິ່ງມາຮອດປັດຈຸບັນ ມີບໍລິສັດເຂົ້າມາລົງທຶນແລ້ວທັງໝົດ 806 ບໍລິສັດ, ມອບພັນທະເຂົ້າລັດໄດ້ 100 ກວ່າຕື້ກີບ ແລະມີຄົນລາວໄດ້ເຮັດວຽກຢູ່ນຳຈຳນວນ 2.607 ຄົນ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມສະຫຼຸບວຽກງານ ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິດເສດປະຈຳປີ 2019 ທີ່ຈັດຂຶ້ນເຊົ້າມື້ນີ້ (14 ມັງກອນ 2020) ວ່າ: ມາຮອດປັດຈຸບັນ, ມີບໍລິສັດເຂົ້າມາລົງທຶນຢູ່ ສປປ ລາວທັງໝົດ 806 ບໍລິສັດ, ສະເພາະປີ 2019 ມີ 202 ບໍລິສັດ, ມອບພັນທະເຂົ້າລັດໄດ້ 122,09 ຕື້ກີບ, ສົ່ງອອກສິນຄ້າໄດ້ 394,4 ລ້ານໂດລາສະຫະລັດ ແລະ ສ້າງວຽກເຮັດງານທໍາໄດ້ 26,756 ຄົນ (ຄົນລາວ 2.607 ຄົນ ກວມເອົາ 9,74%)

ໂດຍອີງໃສ່ການຖອດຖອນບົດຮຽນຈາກສາກົນ ການພັດທະນາເຂດເສດຖະກິດພິເສດ ໄດ້ມີການປັບປຸງໃຫ້ເຂົ້າກັບສະພາບ ແລະ ຄຸນລັກສະນະຂອງປະເທດເຮົາ ໂດຍໄດ້ສ້າງຕັ້ງເຂດສະຫວັນ-ເຊໂນ ຂຶ້ນເປັນແຫ່ງທຳອິດໃນປີ 2003 ຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) ຈົນຮອດປີ 2010 ໄດ້ມີການຍົກລະດັບໂຄງການທົ່ວໄປຂຶ້ນເປັນເສດເສດຖະກິດພິດເສດ ແລະ ສ້າງຕັ້ງຂຶ້ນ ໃໝ່ຈຳນວນໜຶ່ງລວມມີທັງໝົດ 12 ເຂດ, ແຕ່ການພັດທະນາໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນຮູບປະທຳແມ່ນນັບແຕ່ປີ 2013 ເປັນຕົ້ນມານີ້.

ທ່ານ ກ່າວຕື່ມວ່າ: ການພັດທະນາເຂດເສດຖະກິດດັ່ງກ່າວ ແມ່ນເພື່ອແນໃສ່ການພື້ນຖານໂຄງລ່າງ, ການສ້າງຕົວເມືອງໃໝ່ໃນຊົນນະບົດໃຫ້ມີໃບໜ້າໃໝ່, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດເສດຖະກິດຕັ້ງຢູ່, ສ້າງວຽກເຮັດງານທຳຄຽງຄູ່ກັບການຍົກລະດັບສີມືແຮງງານໃຫ້ປະຊາຊົນໃນທາງກົງ ແລະ ທາງອ້ອມ, ສ້າງຖານລາຍຮັບໃໝ່ໃຫ້ລັດຖະບານ ແລະ ອື່ນໆ ໂດຍສະເພາະເຂດເສດຖະກິດພິເສດ ທີ່ສ້າງຄວາມເຊື່ອໝັ້ນ ແລະ ສາມາດດຶງດູດເອົາບໍລິສັດລາຍໃຫຍ່ທີ່ມີຊື່ສຽງ ແລະ ມີຄຸນນະພາບຈາກຕ່າງປະເທດເຂົ້າມາລົງທຶນໃຫ້ນັບມື້ນັບຫຼາຍຂຶ້ນ ແມ່ນຢູ່ເຂດສະຫວັນ-ເຊໂນ (ຈຸດ c), ເຂດກວມລວມໄຊເຊດຖາ, ເຂດນິຄົມອຸດສາຫະກໍາ ການຄ້າວຽງຈັນ-ໂນນທອງ, ເຂດບໍ່ເຕ່ນແດນງາມ ແລະ ເຂດສາມຫຼ່ຽມຄຳ.

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2020 ນີ້ ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີຮອງເຈົ້າແຂວງ, ມີບັນດາລັດຖະມົນຕີ,ຄະນະກົມ ແລະ ພະແນກການຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ເຊິ່ງກອງປະຊຸມນີ້ ຈະໄດ້ດຳເນີນເປັນເວລາ 2 ວັນເຕັມ.