ຊົມເຊີຍ! 2019 ໄຊຍະບູລີ ມີລາຍຮັບຈາກການທ່ອງທ່ຽວຫຼາຍກວ່າ 7 ລ້ານໂດລາ

144

ໄຊຍະບູລີ ເປັນແຂວງໜຶ່ງ ທີ່ທ່າແຮງທາງດ້ານຂະແໜງການທ່ອງທ່ຽວ ເຊິ່ງໃນແຕ່ລະປີ ສາມາດສ້າງລາຍຮັບເຂົ້າສູ່ແຂວງ , ຍ້ອນເຫັນໄດ້ທ່າແຮງ ແລະ ຄວາມອາດສາມາດທີ່ບົ່ມຊ້ອນ ແຂວງຈຶ່ງໄດ້ກໍານົດເອົາວຽກງານທ່ອງທ່ຽວເປັນບູລິມະສິດໜຶ່ງໃນສາມເສົາຄໍ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງ ໂດຍສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໃຫ້ມີການຂະຫຍາຍຕົວຂຶ້ນ ເນື່ອງຈາກຈຸາພິເສດຂອງແຂວງໄຊຍະບູລີ ມີດ່ານສາກົນເຂົ້າອອກແລ້ວ 3 ດ່ານ ແລະ ດ່ານປະເພນີ 10 ດ່ານ ແລະ ມີເສັ້ນທາງເຊື່ອມຈອດກັບບັນດາແຂວງຕ່າງໆ ແລະ ມີຊາຍແດນຕິດຈອດກັບປະເທດໃກ້ຄຽງຍາວ 647 ກິໂລແມັດ.

ທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ຜູ້ຮັບຜິດຊອບ ຊີ້ນໍາວຽກທ່ອງທ່ຽວໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຂະແໜງທ່ອງທ່ຽວໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ສົ່ງເສີມ ພັດທະນາແຂວງໄຊຍະບູລີ ໃຫ້ກາຍເປັນສະຖານທີ່ບໍລິການ ນັກທ່ອງທ່ຽວ ເປັນຕົ້ນທ່ອງທ່ຽວຍ່າງປ່າ, ຂີ່ຊ້າງ, ຂີ່ເຮືອລ່ອງນໍ້າຮຸ່ງ, ທ່ຽວຊົມນໍ້າຕົກຕາດ, ເຂື່ອນໄຟຟ້າ ແລະ ຖໍ້າທໍາມະຊາດຕ່າງໆ.

ສົ່ງເສີມງານບຸນເທດສະການ ປະເພນີທີ່ເປັນເອກະລັກສະເພາະທີ່ພົ້ນເດັ່ນຂອງແຕ່ລະທ້ອງຖິ່ນເຊັ່ນ: ງານມະຫາກໍາບຸນຊ້າງ, ບຸນຊ່ວງເຮືອປະຈໍາປີ ໃຫ້ກາຍເປັນບຸນລະດັບຊາດ. ໂດຍສະເພາະໃນປີ 2019 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ຜ່ານແຂວງໄຊຍະບູລີ ທັງໝົດ 146.390 ກວ່າຄົນ ສາມາດສ້າງລາຍຮັບ ຈາກການທ່ອງທ່ຽວ ໃນຮູບແບບກະຈາຍທົ່ວສັງຄົມ ໄດ້ທັງໝົດ 7 ລ້ານ 7 ແສນ ກວ່າໂດລາ, ທຽບໃສ່ແຜນການປີເພີ່ມຂຶ້ນ 8,74% ເມື່ອທຽບໃສ່ປີຜ່ານມາຫຼຸດ 8,74% ນັກທ່ອງທ່ຽວເຂົ້າມາທ່ຽວແຂວງສ່ວນຫຼາຍຈະແມ່ນນັກທ່ອງທ່ຽວໄທ ແລະ ຈາກປະເທດຕ່າງໆຈໍານວນໜຶ່ງ. ໂດຍເຂົ້າມາທາງດ່ານສາກົນນໍ້າເຫືອງ, ດ່ານພູດູ່ ແລະ ດ່ານນໍ້າເງິນ.

ປັດຈຸບັນ ທົ່ວແຂວງໄຊຍະບູລີມີແຫຼ່ງທ່ອງທ່ຽວ ທີ່ຂຶ້ນບັນຊີແລ້ວມີ 96 ແຫ່ງ, ມີແຫຼ່ງທ່ອງທ່ຽວທໍາມະຊາດ 71 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 18 ແຫ່ງ, ແຫຼ່ງທ່ອງທ່ຽວປະຫວັດສາດມີ 7 ແຫ່ງ. ມາຮອດປັດຈຸບັນແຂວງໄຊຍະບູລີ ມີບໍລິສັດທ່ອງທ່ຽວ 13 ບໍລິສັດ ມູນຄ່າການລົງທຶນ 3 ຕື້ 975 ລ້ານກວ່າກີບ, ມີໂຮງແຮມ 7 ແຫ່ງ, ມີ 241 ຫ້ອງ, ເຮືອນພັກ 173 ແຫ່ງ ມີ 2184 ຫ້ອງ, ລີສອດ 6 ແຫ່ງ, ຮ້ານອາຫານ 89 ຮ້ານ ສາມາດຮັບແຂກໄດ້ 4.608 ຄົນ/ຄັ້ງ, ຮ້ານບັນເທີງ 22 ແຫ່ງ, ຮ້ານກິນດື່ມ 33 ແຫ່ງ.

ທ່ານກ່າວຕື່ມວ່າ: ໃນປີ 2020 ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ຜ່ານແຂວງໄຊຍະບູລີໄປຫາແຂວງໃກ້ຄຽງ ໂດຍສະເພາະແມ່ນງານມະຫາກໍາບຸນຊ້າງ ທີ່ຈະໄດ້ຈັດຂຶ້ນໃນກາງເດືອນກຸມພາ 2020 ນີ້ ຈະມີນັກທ່ອງທ່ຽວເຂົ້າມາ 1 ແສນ 50000 ພັນກວ່າຄົນ, ຈະສ້າງລາຍຮັບກະຈາຍທົ່ວສັງຄົມໄດ້ປະມານ 7 ລ້ານ 2 ແສນກວ່າໂດລາສະຫະລັດ.

ທີ່ມາ: Media Laos