ເທັນນິສ ນວ ຕັ້ງເປົ້າຄວ້າ 3 ຫຼຽນຄຳ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11

97
56565565

ສະຫະພັນເທັນນິສ ນະຄອນຫຼວງວຽງຈັນ (ນວ) ພ້ອມສົ່ງທັບນັກກີລາເທັນນິສ 12 ຄົນ ( ຍິງ 6 ຄົນ ) ແລະ ຕັ້ງເປົ້າໝາຍຄວ້າ 3 ຫຼຽນຄຳ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020.

ອີງຕາມການໃຫ້ສໍາພາດຂອງ ທ່ານ ຕຸ້ຍ ບຸນທະລາ ປະທານສະຫະພັນເທັນນິສ ນວ ວ່າ: ທັບນັກກີລາເທັນນິສ ນວ ຊຸດນີ້ ເປັນຊຸດລູກຫຼານຂອງຊາວນະຄອນຫຼວງ ຢ່າງແທ້ຈິງ ເຊິ່ງປັດຈຸບັນສາມາດຄັດໄດ້ 12 ຄົນ ໃນນັ້ນເປັນຍິງ 6 ຄົນ ໄດ້ມີການເກັບຕົວຝຶກຊ້ອມມາແຕ່ເດືອນສິງຫາ 2019 ຜ່ານມາ ທີ່ສະໂມສອນກີລາເທັນນິດເຈົ້າອານຸວົງ ແລະ ຈຳນວນໜຶ່ງແມ່ນໄດ້ເກັບຕົວ ແລະ ເຄື່ອນໄຫວເຂົ້າຮ່ວມແຂ່ງຂັນທີ່ປະເທດເພື່ອນບ້ານ.

“ ມາຮອດປັດຈຸບັນມີຄວາມພ້ອມເຖິງ 90% ແລະ ໃນອີກ 2 ເດືອນຕໍ່ໜ້ານີ້ ເພື່ອເປັນການເສີມຄວາມແຂງແກ່ນໃຫ້ນັກກີລາ ສາມາດຮັບປະກັນ ທີ່ສະຫະພັນເທັນນິສ ນະຄອນຫຼວງ ຕັ້ງເປົ້າໝາຍໄວ້ສູງຫວັງຍາດ 3 ຫຼຽນຄຳ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11. ດັ່ງນັ້ນ ຈຶ່ງໄດ້ຂຶ້ນແຜນຈະພານັກກີລາທັງໝົດ 1ອອກເດີນທາງໄປເຄື່ອນໄຫວເກັບຕົວຝຶກຊ້ອມ ແລະ ແຂ່ງຂັນທີ່ປະເທດໄທ ຕື່ມອີກ ” ປະທານສະຫະພັນເທັນນິສ ນະຄອນຫຼວງວຽງຈັນ ກ່າວ.

ຂະນະດຽວກັນ ທ່ານ ອາລັນ ຄູຝຶກເທັນນິສ ນະຄອນຫຼວງວຽງຈັນ ຊາວອົດສະຕາລີ ບອກວ່າ: ນັກກີລາເທັນນິສລາວ ກໍຄື ຂອງນະຄອນຫຼວງວຽງຈັນ ທຸກຄົນພິເສດຫຼາຍ ມີການພັດທະນາໄປໄກພໍສົມຄວນ ຖ້າຫາກຢາກເຫັນນັກກີລາເທັນນິສລາວ ສາມາດກ້າວໄປເຖິງລະດັບມືອາຊີບ ໄດ້ນັ້ນ ສິ່ງສຳຄັນທຸກຄົນຕ້ອງໄດ້ມີການຝຶກຊ້ອມຢ່າງຕໍ່ເນື່ອງ ຕ້ອງໄດ້ເອົາໃຈໃສ່ຕໍ່ການຮຽນຮູ້ທາງດ້ານທັກສະ, ເທັກນິກ ແລະ ຈິດຕະວິທະຍາໃຫ້ຫຼາຍ ເຊື່ອວ່າອະນາຄົດໄປໄກທີ່ຫວັງ, ສ່ວນການກະກຽມຄວາມພ້ອມຂອງທັບນັກກີລາເທັນນິສ ນະຄອນຫຼວງ ຮ່ວມຊຽງຂວາງ ເກມ 2020 ມີໂອກາດເປັນໄປໄດ້ສູງ ທີ່ຈະສາມາດສ້າງຜົນງານຄວ້າ 3 ຫຼຽນຄຳ ມາຄອງ ເຊິ່ງມີເວລາ ອີກ 2 ເດືອນ ສະນັ້ນ ຈະພະຍາຍາມເນັ້ນການຝຶກຊ້ອມໃຫ້ນັກກິລາມີຄວາມທົນ, ມີຄວາມແຂງແກ່ນ ແລະ ປະສິດທິພາບໃນການຮ່ວມກັນຫຼິ້ນແບບທີມເວີກ ຮັບປະກັນໂລດວ່າ 3 ຫຼຽນຄຳ ບໍ່ຫຼຸດໄປໃສແນ່ນອນ.

ສໍາລັບ ການແຂ່ງຂັນເທັນນິສ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະມີການຊີງໄຊເຖິງ 7 ລາຍການ ປະກອບມີ: ປະເພດດ່ຽວຍິງ, ດ່ຽວຊາຍ, ທີມຄູ່ຍິງ, ທີມຄູ່ຊາຍ, ທີມຊຸດຍິງ, ທີມຊຸດຊາຍ ແລະ ທີມປະສົມ.