ສະມາຄົມທຸລະກິດຊາວຊຽງຂວາງ ຈັດດອກປີກໄກ່ ລາວ-ໄທ ຊີງຂັນປະທານສະໂມສອນ ໄຊເງິນ ນາຖາວົງ

72

ການແຂ່ງຂັນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 11 ມັງກອນ ຜ່ານມາ ທີ່ສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ບ້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ປອ. ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ປະທານສະມາຄົມການສຶກສາພາກເອກະຊົນ ທັງເປັນປະທານສະມາຄົມນັກທຸລະກິດຊາວຊຽງຂວາງ, ທ່ານ ສັກສີ ບັນຍາທິບ ຕາງໜ້າ ສະຖານທູດໄທ ປະຈຳ ສປປ ລາວ ແລະ ທ່ານ ທະວີຄູນ ດວງປະເສີດ ປະທານສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ພ້ອມດ້ວຍຄະນະ ແລະ ບັນດາຮອງປະທານສະມາຄົມນັກທຸລະກິດຊາວຊຽງຂວາງ, ຕາງໜ້າສະຫະພັນດອກປີກໄກ່ແຫ່ງຊາດລາວ ຕະຫຼອດຮອດສະມາຊິກຂອງສະມາຄົມດັ່ງກ່າວ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດນີ້, ທ່ານ ທະວີຄູນ ດວງປະເສີດ ກ່າວວ່າ: ການແຂ່ງຂັນລາຍການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກທ່ານ ໄຊເງິນ ນາຖາວົງ ປະທານບໍລິສັດ ໄຊເງິນ ຂາເຂົ້າ-ຂາອອກ ບໍລິການ ຄົບວົງຈອນ ເຊິ່ງລວມມີຂັນລາງວັນຊະນະເລີດ ແລະ ອັນດັບທີ 2, ເສື້ອກີລາຈຳນວນ 222 ຜືນ ແລະ ງານລ້ຽງຕ່າງໆ ລວມມູນຄ່າ 40 ລ້ານກີບ ໂດຍຈັດຂຶ້ນ ມີຈຸດປະສົງຫຼັກ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມນັກທຸລະກິດຊາວຊຽງຂວາງ ຄົບຮອບ 5 ປີ ແລະ ເປັນການເປີດໂຕສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ແຫ່ງໃໝ່ ເພື່ອຮັບໃຊ້ບໍລິການໃຫ້ແກ່ສັງຄົມລາວ ກໍຄື ນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ນອກຈາກນັ້ນ, ກໍຍັງເປັນການປະກາດການຈັດຕັ້ງຄະນະບໍລິຫານສະໂມສອນ ດອກປີກໄກ່ ໄຊເງິນ ນາຖາວົງ ອີກດ້ວຍ. ຄຽງຄູ່ກັນນັ້ນ, ກໍຍັງເປັນການເຊື່ອມຊຳພັນທະໄມຕີ ແລະ ມິດຕະພາບ ລາວ-ໄທ ແນໃສ່ເສີມສ້າງໃຫ້ທັງສອງພາກສ່ວນມີຄວາມຮັດແໜ້ນຄວາມສາມັກຄີຮັກແພງ ກໍຄື ເພີ່ມທະວີຂອງອ້າຍຮັກນ້ອງແພງ ຂອງ 2 ຊາດດັ່ງກ່າວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ເວົ້າລວມ, ເວົ້າສະເພາະ ສົ່ງເສີມໃຫ້ສະມາຊີກຂອງສະມາຄົມນັກທຸລະກິດຊາວຊຽງຂວາງ ມີຄວາມເຂັ້ມແຂງ ແລະ ຮັກແພງແລກປ່ຽນບົດຮຽນໃຫ້ເຊິ່ງກັນແລະກັນ ສາມາດປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ ບັນລຸຄາດໝາຍຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ທີ່ສົ່ງເສີມໃຫ້ພໍ່ແມ່ປະຊາຊົນຊາວລາວ ຫຼຸດພົ້ນອອກຈາກຄວາມທຸກຍາກ ໃຫ້ປະກົດຜົນເປັນຈິງ.

ການແຂ່ງຂັນລາຍການດັ່ງກ່າວ ແມ່ນດຳເນີນພຽງວັນດຽວສຳເລັດ ເຊິ່ງມີນັກກີລາທີ່ເປັນສະມາຊິກສະມາຄົມນັກທຸລະກິດຊາວຊຽງຂວາງ ແລະ ນັກກີລາຈາກສະຖານທູດໄທ ເຂົ້າຮ່ວມຊີງໄຊທັງໝົດ 88 ຄົນ ແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ ເອ ແລະ ກຸ່ມ ບີ ກຸ່ມໜຶ່ງມີ 22 ຄູ່ ແຕ່ລະກຸ່ມຈັບສະຫຼາກປະກົບຄູ່ແຂ່ງຂັນ ເສຍຕົກຮອບເລີຍ. ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ຕົກເປັນຂອງທີມຂອງທ່ານ ທະວີຄູນ ດວງປະເສີດ ຄູ່ກັບທ່ານ ຕ່ອຍ ສອນສະລາດ, ສ່ວນອັນດັບທີ 2 ແມ່ນຕົກເປັນຂອງທ່ານ ສັກສີ ບັນຍາທິບ ເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ ຄູ່ກັບທ່ານ ໄຊພອນ ທຳມະວົງ.

ໂດຍ ສົງການ