ໂຈ່ງແຈ້ງໂພດ

223

ເພື່ອນຜູ້ອ່ານຕັ້ງບັນຫາຕໍ່ຄໍລຳພວກເຮົາວ່າ: ດຽວນີ້ການຂາຍຫວຍແບບບໍ່ເປັນທາງການ ໂດຍສະເພາະຫວຍຈາກຕ່າງປະເທດເຂົາດຳເນີນການຢ່າງໂຈ່ງແຈ້ງໂພດ… ມີລົງທາງສື່ອອນລາຍມີການໂຄສະນາໃຫ້ເປີເຊັນ ແລະ ອື່ນໆ ເພື່ອລໍ້ລວງໃຫ້ຄົນເຂົ້າໄປຊື້ເລກຊື້ຫວຍດັ່ງກ່າວ.

ເບິ່ງຄືວ່າທ້າທາຍລະບຽບການຢ່າງບໍ່ເກງກົວເອົາແທ້ໆ ແລ້ວຊິປະຊໍ້າເຮື້ອແບບນີ້ຕໍ່ໄປບໍ? ພາກສ່ວນກ່ຽວຂ້ອງຄືບໍ່ເຫັນອອກມາກວດກາ ແລະ ກ່າວເຕືອນ ຫຼື ປັບໃໝໃສ່ໂທດອີ່ຫຍັງ?

ພາບປະກອບຂ່າວເທົ່ານັ້ນ

ຜ່ານມາຜູ້ຂຽນເອງກໍບໍ່ໄດ້ຄ່ອຍຕິດຕາມເລື່ອງນີ້ພໍປານໃດ? ເມື່ອເພື່ອນຜູ້ອ່ານສ່ອງແສງມາຈຶ່ງຕິດຕາມເບິ່ງ? ຟ້າເອີຍ! ມັນເປັນໄປໄດ້ແນວໃດ? ເປີດໜ້າເຟສບຸ໊ກຂຶ້ນມາ ມັນໂລດເຫັນເປີ້ເຈີ້ໂລດ ເປັນຄືເພິ່ນສ່ອງແສງ… ບໍ່ເທົ່ານັ້ນຍັງເຫັນວາງຂາຍຢູ່ຕາມຕະຫຼາດ ຫຼື ສຳນັກງານທີ່ມີຄົນຜ່ານກາຍໄປ – ມາ ຢ່າງບໍ່ສະທ້ານຢ້ານກົວຫຍັງໝົດ?

ພາບປະກອບຂ່າວເທົ່ານັ້ນ

ຕັ້ງບັນຫານີ້ຂຶ້ນບໍ່ມີຈຸດປະສົງອື່ນໃດ? ພຽງແຕ່ຕ້ອງການໃຫ້ສັງຄົມເກງໃຈລະບຽບການ, ນັບຖືລະບຽບການ ແລະ ອື່ນໆ ພວກເຮົາຕ້ອງຍອມຮັບວ່າບໍ່ແມ່ນແຕ່ການຂາຍຫວຍຕ່າງປະເທດຊະຊາຍດອກ! ພວກແມ່ຫວຍເຖື່ອນກໍເຄື່ອນໄຫວຢ່າງເສລີບໍ່ເຫັນໃຜກ່າວເຕືອນ ແລະ ຈັບກຸມຄຸມຂັງພໍປານໃດ? ຫາກທຽບໃສ່ປະເທດໃກ້ຄຽງແລ້ວພວກເຮົາຈະແກ້ກັນຢ່າງໃດ? ຂໍໂທດເນີບໍ່ແມ່ນສອນແຂ້ລອຍນໍ້າ

ພາບປະກອບຂ່າວເທົ່ານັ້ນ

ພຽງແຕ່ຢາກສະເໜີຄຳເຫັນຂອງເພື່ອນຜູ້ອ່ານສ່ອງແສງມາທໍ່ນັ້ນ ພວກເພິ່ນມີຄຳເຫັນວ່າ: ຫວຍພັດທະນາຂອງລັດເຮົາຕ້ອງເປັນເຈົ້າການກ່ຽວກັບເລື່ອງນີ້! ສົມທົບກັບເຈົ້າໜ້າທີ່ສື່ມວນຊົນເຂົ້າໄປເຕືອນ ແລະ ໃຫ້ຢຸດຕິການຂາຍຫວຍຕ່າງປະເທດ ຫຼື ພວກແມ່ຫວຍເຖື່ອນ… ຄັນເຮັດໄດ້ຫວຍພັດທະນາເຮົາຈະມີລາຍຮັບດີຂຶ້ນ.

ບໍ່ແມ່ນແຕ່ເລື່ອງຫວຍຢູ່ບ້ານເຮົາດຽວນີ້ຕ້ອງຍອມຮັບນຳກັນວ່າຄົນບໍ່ຄ່ອຍປະຕິບັດເຄັ່ງຄັດພໍປານໃດ? ໂດຍສະເພາະແມ່ນແຈ້ງການ ຫຼື ຄຳສັ່ງຂອງການຈັດຕັ້ງວາງອອກ.

ຕົວຢ່າງທີ່ໂຈ່ງແຈ້ງ ກໍແມ່ນເລື່ອງການຄວບຄຸມລາຄາສິນຄ້າ ໂດຍສະເພາະແມ່ນສະບຽງອາຫານເປັນຕົ້ນແມ່ນລາຄາຊີ້ນໝູ – ຊີ້ນງົວຢູ່ນະຄອນຫຼວງວຽງຈັນເຮົານີ້ ບໍ່ມີແມ່ຄ້າ – ພໍ່ຄ້າຫຼາຍພໍທໍ່ໃດທີ່ປະຕິບັດຕາມລາຄາທາງການຊີ້ນຳ ລອງເຂົ້າໄປຕະຫຼາດຮູ້ໂລດ.

ເຖິງເວລາຫັນກຽວແລ້ວ! ບໍ່ຊັ້ນກຽວຊິຫຼຸ້ຍ!.
( ຈົບ )