ອົງການນາຊາ ເປີດເຜີຍຄວັນຈາກໄຟປ່າໃນປະເທດອົດສະຕຣາລີລອຍປົກຄຸມໄປທົ່ວໂລກ

219

ບົດລາຍງານຂອງອົງການການບິນ ແລະ ອະວະກາດແຫ່ງຊາດຂອງສະຫະລັດ ອາເມຣິກາ ຄາດການວ່າ  ໝອກຄວັນຈາກໄຟປ່າໃນປະເທດອົດສະຕຣາລີຈະຖືກພັດລອຍໄປທົ່ວໂລກ “ຢ່າງໜ້ອຍ 1 ຮອບ” ແລະ ລອຍກັບມາຢູ່ບ່ອນເກົ່າ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຊິດນີ ປະເທດອົດສະຕຣາລີ ເມື່ອວັນອັງຄານ ທີ 14 ມັງກອນ ວ່າ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ (ນາຊາ) ໄດ້ເຜີຍແຜ່ບົດລາຍງານ ເມື່ອວັນຈັນ ວ່າ ກຸ່ມໝອກຄວັນທີ່ໜາແໜ້ນຈາກໄຟປ່າທີ່ຍັງລຸກໄໝ້ມາດົນ ແລະ ການມອດໄຟປ່າຂອງເຈົ້າໜ້າທີ່ອົດສະຕຣາລີ ເຮັດໃຫ້ຄວັນລອຍຂຶ້ນສູ່ຊັ້ນບັນຍາກາດ ໃນລະດັບຄວາມສູງ 18 ກິໂລແມັດຈາກພື້ນໂລກ ແລະ ພັດລອຍ ຂ້າມມະຫາສະໝຸດ ຜ່ານທະວີບອາເມລິກາໃຕ້ ເມື່ອວັນທີ 8 ມັງກອນ ແລະ ຈະພັດລອຍອ້ອມໂລກຢ່າງໜ້ອຍ 1 ຮອບ ກ່ອນທີ່ຈະວົນກັບໄປປະເທດອົດສະຕຣາລີອີກຄັ້ງ ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ປະເທດນິວຊີແລນທີ່ຢູ່ໃກ້ຄຽງກັນ.

ອີກປະການໜຶ່ງ, ໄຟປ່າຂອງປະເທດອົດສະຕຣາລີ ທີ່ລຸກລາມຂ້າມປີຕັ້ງແຕ່ເດືອນກັນຍາປີຜ່ານມາ ເຜົາທຳລາຍເນື້ອທີ່ໄປຫຼາຍກວ່າ 10 ລ້ານເຮັກຕ້າ ສິ່ງປຸກສ້າງເກືອບ 6.000 ຫຼັງ ໄດ້ຮັບຄວາມເສຍຫາຍ ມີຜູ້ເສຍຊີວິດ 28 ຄົນ ຂະນະທີ່ສັດປ່າໂຕລົ້ມຕາຍ “ຢ່າງຫຼວງຫຼາຍ” ເຖິງວ່າທາງການລັດນິວເຊົາເວລສ໌ ສາມາດຄວບຄຸມ “ກອສເປີ ເມົາເທນ” ເຊິ່ງເປັນຊື່ຂອງໄຟປ່າທີ່ໃຫຍ່ທີ່ສຸດໃນພື້ນທີ່ໄດ້ສຳເລັດ ແຕ່ຍັງເຫຼືອໄຟປ່າຫຼາຍກວ່າ 100 ຈຸດ ໃນທ້ອງທີ່ ດ້ານລັດວິກຕໍເຣຍ ເຊິ່ງຕິດກັບລັດນິວເຊົາເວລສ໌ ແລະ ຫ່າງອອກໄປທາງຕາເວັນອອກສຽງໃຕ້ ໄດ້ອອກແຈ້ງການເຕືອນໃຫ້ປະຊາຊົນຫຼີກລ້ຽງການອອກຈາກທີ່ຢູ່ອາໄສ ເພາະວ່າສະພາບອາກາດທີ່ມີປະລິມານໝອກຄວັນໜາແໜ້ນຢູ່ໃນລະດັບອັນຕະລາຍ.