ຊຽງຂວາງ ໄດ້ຮັບການຊ່ວຍເຫຼືອ 300 ກວ່າລ້ານກີບ

69

ປ້າຄຳເມິງ ວໍລະຈິດ ຄອບຄົວການນຳຂັ້ນສູງ ພ້ອມດ້ວຍຄະນະ ໄດ້ເດີນທາງມາຮ່ວມພິທີຍົກເກດພະເຈົ້າອົງຫຼວງປາງປະທານພອນ ແລະ ງານເທດສະການບຸນເຂົ້າໄກ່ນ້ອຍ ປະຈຳປີ 2019 ທີ່ແຂວງຊຽງ ຂວາງ.

ໃນວັນທີ 11 ມັງກອນ 2020 ຢູ່ທີ່ຫ້ອງວ່າການແຂວງ ປ້າຄຳເມິງ ໄດ້ຕາງໜ້າ ບໍລິສັດ ໄອເຮັຈ໌ຊີ ( IHC ) ມອບເງິນຈຳນວນ 100 ລ້ານກີບ, ເສື້ອກັນໜາວ ມູນຄ່າ 20 ພັນໂດລາສະຫະລັດ ແລະ ບໍລິສັດ ເຄພີບີ ( KPB ) ກໍ່ສ້າງ ແລະ ພັດທະນາຈຳກັດ ມອບເກີບມູນຄ່າ 56 ລ້ານກວ່າກີບ ໃຫ້ແຂວງຊຽງ ຂວາງ ໃຫ້ກຽດຮັບໂດຍ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ.

ປ້າຄຳເມິງ ໄດ້ກ່າວວ່າ: ເງິນຈຳນວນດັ່ງກ່າວແມ່ນໃຫ້ນຳໃຊ້ເຂົ້າໃນການບໍລິຫານໃນມະຫະກຳກີລາແຫ່ງຊາດ ຄັ້ງທີ 11, ເສື້ອກັນໜາວ ແລະ ເກີບແມ່ນໃຫ້ນຳໄປມອບໃຫ້ຄອບຄົວທຸກຍາກທີ່ຢູ່ເຂດຫ່າງໄກສອກຫຼີກ.

ທ່ານເຈົ້າແຂວງ ກໍໄດ້ກ່າວສະແດງ ຄວາມຂອບໃຈຕໍ່ຄອບຄົວການນຳຂັ້ນສູງ ແລະ ບໍລິສັດທີ່ເປັນຫ່ວງເປັນໄຍ ໃຫ້ການຊ່ວຍເຫຼືອແຂວງຊຽງຂວາງ ກໍຄືປະຊາຊົນຊາວຊຽງຂວາງ ເສື້ອ ແລະ ເກີບ ແມ່ນຈະນຳໄປມອບໃຫ້ເມືອງໃນໂອກາດກອງປະຊຸມໃຫຍ່ຂອງເມືອງ ເພື່ອໃຫ້ເມືອງນຳໄປມອບໃຫ້ບ້ານ ແລະ ຄອບຄົວທີ່ທຸກຍາກທີ່ຢູ່ເຂດຫ່າງໄກ ເປັນຕົ້ນແມ່ນກຸ່ມບໍກໍ ແລະ ກຸ່ມບໍເຍຍ ເມືອງໜອງແຮດ