ພົບກັບການຜະຈົນໄພເພື່ອນໍາເອົາຄວາມຮູ້ມາປິ່ນປົວໃນຮູບເງົາ “ Dolittle ດ໊ອກເຕີ ດູລິດເຕິ້ລ ”

137

ຫຼັງຈາກສູນເສຍເມຍຜູ້ເປັນທີ່ຮັກໄປເມື່ອ 7 ປີກ່ອນ ດ໊ອກເຕີ ດູລິດເຕິ້ລ ຜູ້ມີຄວາມແປກບໍ່ຄືໃຜ ແລະ ສ້າງຊື່ສຽງ ໂດຍການເປັນໝໍປິ່ນປົວສັດ ຫຼື ສັດຕະວະແພດຂອງພະລາຊີນີວິກຕໍເຣຍແຫ່ງອັງກິດ.

ລາວໄດ້ໃຊ້ຊີວິດຢ່າງໂດດດ່ຽວຢູ່ຫຼັງກຳແພງສູງ ແລະ ເປັນທີ່ຕັ້ງຂອງສວນສັດທີ່ມີສັດຫາຍາກຫຼາຍຊະນິດ ແຕ່ພະລາຊີນີມີອາການປະຊວນຢ່າງສາຫັດ ດ໊ອກເຕີ້ ດູລິດເຕິ້ລ ຈຶ່ງຕ້ອງອອກເດີນທາງຜະຈົນໄພໄປເກາະໃນຕໍານານເພື່ອຫາວິທີປິ່ນປົວ ພ້ອມທັງເປັນການຮື້ຟື້ນເອົາສະຕິປັນຍາ, ຄວາມກ້າຫານທີ່ຕ້ອງຕໍ່ສູ້ກັບສັດຕູ ແລະ ຄົ້ນພົບສິ່ງມີຊີວິດມະຫັດສະຈັນ.

ດ໊ອກເຕີ້ ດູລິດເຕິ້ລ ອອກເດີນທາງໄປກັບນັກເດີນທາງໄວໜຸ່ມທີ່ອາຍຸຍັງນ້ອຍ ແລະ ມີບັນດາເພື່ອນທີ່ເປັນສັດຮ້າຍ ເຊັ່ນ: ລີງກໍລິຣາຜູ້ມີ ຄວາມກັງວົນ, ເປັດສະໝອງ,ນົກຜູ້ກະຕືລືລົ້ນ, ນົກກະຈອກເທດຜູ້ຍິ່ງໃຫຍ່, ໝີຂົ້ວໂລກຜູ້ເບິ່ງໂລກໃນແງ່ດີ ແລະ ນົກແກ້ວຜູ້ຫົວແຂງ ໂດຍຈະເຮັດໜ້າທີ່ເປັນທີ່ປຶກສາ ແລະ ເປັນສັດທີ່ທ່ານໝໍໄວ້ວາງໃຈພ້ອມທັງເຊື່ອໝັ້ນທີ່ສຸດ.

ການຜະຈົນໄພໃນເທື່ອນີ້ຈະວຸ່ນວາຍ ແລະ ຈະສາມາດນໍາເອົາຕໍາລາການປິ່ນປົວມາໄດ້ ຫຼື ບໍ່ ຮູບເງົາເຂົ້າສາຍວັນທີ 16 ມັງກອນນີ້ ທຸກໂຮງສາຍຮູບເງົາທົ່ວປະເທດ.

( ຂໍ້ມູນຈາກ: www.ma-jorcineplex.com )