ທ່າອ່ຽງຕະຫຼາດຂາຍເຄື່ອງມືສອງໃນນະຄອນຫຼວງວຽງຈັນ

223

ປັດຈຸບັນຖ້າເວົ້າເຖິງຕະຫຼາດຂາຍເຄື່ອງ ໂດຍສະເພາະເສື້ອຜ້າມືສອງໃນນະຄອນຫຼວງວຽງຈັນ ແມ່ນເລີ່ມມີການແຂ່ງຂັນກັນສູງຂຶ້ນ, ບໍ່ສະເພາະແຕ່ຂາຍຢູ່ໜ້າຮ້ານ ຍັງຂາຍທາງອອນລາຍຕື່ມອີກ ເຊິ່ງເປັນຊ່ອງທາງການຂາຍໃນຍຸກໃໝ່.

ທ່ານ ນາງ ລັດດາວັນ ພົມມະລາດ ເຈົ້າຂອງຮ້ານຂາຍເສື້ອຜ້າມືສອງ ເຊິ່ງຂາຍມາໄດ້ 10 ກວ່າປີ ໃຫ້ສຳພາດກ່ຽວກັບທ່າອ່ຽງຕະຫຼາດເສື້ອຜ້າມືສອງໃນນະຄອນຫຼວງວຽງຈັນ ວ່າ: ປັດຈຸບັນຕະຫຼາດຂາຍເຄື່ອງມືສອງ ໂດຍສະເພາະແມ່ນເສື້ອຜ້າຂ້ອນຂ້າງມີການແຂ່ງຂັນກັນຫຼາຍຂຶ້ນ, ບັນດາເສັ້ນທາງຫຼັກໃນນະຄອນຫຼວງວຽງຈັນ ເກືອບທຸກເສັ້ນກໍຈະເຫັນມີຮ້ານຂາຍເຄື່ອງນີ້ເກີດຂຶ້ນ ຕົວຢ່າງຢູ່ເສັ້ນທາງ T4 ໃນປີ 2008 ມີຮ້ານຂາຍເຄື່ອງມືສອງແຕ່ຮ້ານຂອງຂ້າພະເຈົ້າເຮັດໃຫ້ມີຄວາມໂດດເດັ່ນຜູ້ຄົນກາຍໄປ – ມາກໍແວ່ເບິ່ງ ແລະ ແວ່ຊື້ຫຼາຍຂຶ້ນໃນເວລານັ້ນ. ແຕ່ໃນປັດຈຸບັນຈາກການເພີ່ມຂຶ້ນຂອງບັນດາຮ້ານເຮັດໃຫ້ຍອດຂາຍຫຼຸດລົງ ແລະ ໃນອະນາຄົດຄິດວ່າຍິ່ງມີການແຂ່ງຂັນກັນຫຼາຍຂຶ້ນ ບັນດາຮ້ານຂາຍເຄື່ອງນີ້ກໍຈະເພີ່ມຂຶ້ນນຳ.

ແຕ່ຢ່າງໃດກໍຕາມ, ຄຽງຄູ່ກັບການແຂ່ງຂັນ ແລະ ການເພີ່ມຂຶ້ນຂອງບັນດາຮ້ານເຫຼົ່ານີ້ ທາງຮ້ານຂອງພວກເຮົາກໍຍັງມີລູກຄ້າປະຈຳ ແລະ ທົ່ວໄປເຂົ້າມາຊື້ສິນຄ້າ ປະມານ 80 – 100 ຄົນຕໍ່ມື້ ເຊິ່ງສາເຫດທີ່ເຮັດໃຫ້ບັນດາລູກຄ້າເຂົ້າມາເລືອກຊື້ສິນຄ້າຂອງທາງຮ້ານຄື ພວກເຮົາໄດ້ຄັດເລືອກເອົາບັນດາສິນຄ້າຄຸນນະພາບດີ ( ມືສອງເກຣດ A ) ຈາກປະເທດໄທ ເຂົ້າມາຈຳໜ່າຍ ແລະ ທີ່ສຳຄັນແມ່ນລາຄາຖືກ ແຕ່ດ້ານຄຸນນະພາບ, ເນື້ອຜ້າແມ່ນບໍ່ແຕກຕ່າງກັບສິນຄ້າມືໜຶ່ງເລີຍ. ສະນັ້ນ, ບັນດາລູກຄ້າທີ່ມາຊື້ນຳເທື່ອໜຶ່ງແລ້ວກໍຈະມາຊື້ນຳອີກ ເຮັດໃຫ້ທາງຮ້ານພວກເຮົາມີລູກຄ້າປະຈຳ.

ພ້ອມນີ້, ທ່ານ ນາງ ລັດດາວັນ ຍັງໃຫ້ຮູ້ຕື່ມວ່າ: ໄລຍະທີ່ໄດ້ຂາຍເຄື່ອງດີແມ່ນລະດູໜາວ ຖ້າທຽບໃສ່ໄລຍະຮ້ອນແມ່ນຫຼຸດລື່ນກັນເຖິງ 50% ເພາະຈະມີລູກຄ້າມາຊື້ເສື້ອກັນໜາວຫຼາຍ ແລະ ຍັງມີລູກຄ້າຂາຍສົ່ງໃຫ້ທີ່ແຂວງພາກເໜືອ.

ສ່ວນການວາງແຜນໃນອະນາຄົດ ສຳລັບຮ້ານພວກເຮົາກຳລັງເບິ່ງຕະຫຼາດຢູ່ ແລະ ຈະມີການຂະຫຍາຍສາຂາຮ້ານຕື່ມອີກ ແຕ່ຍັງຊອກຫາສະຖານທີ່ຕັ້ງຮ້ານ.

ຮ້ານຂາຍເສື້ອຜ້າມືສອງ ນາງ ລັດດາວັນ ພົມມະລາດ ຕັ້ງຢູ່ຖະໜົນກຳແພງເມືອງ ( T4 ) ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖ້າສົນໃຈລອງແວ່ເບິ່ງ ແລະ ອຸດໜູນໄດ້.