ສະຫວັນນະເຂດ ອອກຂໍ້ຕົກລົງຄຸ້ມຄອງແລວທາງແຫ່ງຊາດ

216

ເຈົ້າແຂວງສະຫວັນນະເຂດ ໄດ້ອອກຂໍ້ຕົກລົງເລກທີ 2019/ຈຂ.ສຂ ລົງວັນທີ 11 ພະຈິກ 2019 ວ່າດ້ວຍການຄຸ້ມຄອງເຂດສະຫງວນທາງຫຼວງໃນແຂວງສະຫວັນນະເຂດ ເພື່ອປົກປັກຮັກສາເຂດສະຫງວນແລວທາງພາຍໃນແຂວງໃຫ້ເປັນລະບຽບຮຽບຮ້ອຍອໍານວຍຄວາມສະດວກ ແລະ ຮັບປະກັນວຽກງານຂົນສົ່ງ.

ພາບປະກອບຂ່າວເທົ່ານັ້ນ

ຂໍ້ຕົກລົງດັ່ງກ່າວມີ 10 ໝວດ 43 ມາດຕາ ເຊິ່ງທີມຂ່າວສັງລວມບາງມາດຕາທີ່ມີຄວາມສໍາຄັນດັ່ງຕໍ່ໄປນີ້: ໃນມາດຕາ 2: ການກໍານົດເຂດຄຸ້ມຄອງເພື່ອສະຫງວນໄວ້ນໍາໃຊ້ສໍາລັບກິດຈະການ ສາທາລະນະປະໂຫຍດ ເປັນຕົ້ນຮ່ອງລະບາຍ, ທາງຍ່າງ, ຂອບທາງ, ລະບົບຕາຂ່າຍໄຟຟ້າ, ນໍ້າປະປາ, ໂທລະຄົມການສື່ສານ, ລະບົບຄວບຄຸມຄວາມປອດໄພໃນການຈໍລະຈອນ, ຕົ້ນໄມ້ປະດັບ, ເຄື່ອງປະດັບທາງ, ໄຟສັນຍານ ແລະ ອື່ນໆ ຢູ່ໜ້າດິນ, ເທິງດິນ ແລະ ໃຕ້ດິນ ໃນຂອບເຂດພື້ນທີ່ສະຫງວນທາງຫຼວງແຕ່ລະປະເພດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

ພາບປະກອບຂ່າວເທົ່ານັ້ນ

ມາດຕາທີ 8 ທາງຫຼວງແຫ່ງຊາດພາຍໃນແຂວງ ເຂດສະຫງວນຢູ່ໜ້າດິນສອງຂ້າງທາງ ມີຄວາມກວ້າງເບື້ອງລະ 25 ແມັດ ນັບແຕ່ໃຈກາງທາງອອກໄປ.

ມາດຕາທີ 9 ເຂດສະຫງວນທາງຫຼວງແຂວງພາຍໃນແຂວງ ມີຄວາມກວ້າງເບື້ອງລະ 15 ແມັດ ນັບແຕ່ໃຈກາງທາງອອກໄປ.

ມາດຕາທີ 10 ເຂດສະຫງວນທາງຫຼວງເມືອງພາຍໃນແຂວງ ເຂດສະຫງວນຢູ່ໜ້າດິນສອງຂ້າງທາງມີຄວາມກວ້າງເບື້ອງລະ 10 ແມັດ ນັບແຕ່ໃຈກາງທາງອອກໄປ.

ພາບປະກອບຂ່າວເທົ່ານັ້ນ

ມາດຕາ 11 ເຂດສະຫງວນທາງຊົນນະບົດພາຍໃນແຂວງ ສະຫງວນຢູ່ໜ້າດິນສອງຂ້າງທາງມີຄວາມກວ້າງ ເບື້ອງລະ 5 ແມັດ ນັບແຕ່ໃຈກາງທາງ.

ສ່ວນມາດຕາ 14 ເຂດສະຫງວນເທິງໜ້າດິນ ແລະ ໃຕ້ດິນ ສໍາລັບເທິງໜ້າດິນຂອງທາງຫຼວງແຕ່ລະປະເພດມີລວງສູງ 5 ແມັດ ນັບແຕ່ໜ້າທາງລົດແລ່ນ, ໜ້າທາງຄົນຍ່າງ ແລະ ໜ້າຂົວ, ສ່ວນເຂດສະຫງວນທາງໃຕ້ດິນຂອງທາງຫຼວງແມ່ນສະຫງວນໄວ້ ເພື່ອປ້ອງກັນຄວາມປອດໄພ ແລະ ເຮັດກິດຈະກໍາໃດໜຶ່ງຢູ່ໃຕ້ພື້ນທາງ ເຊັ່ນ: ທາງຍ່າງ,ທໍ່ນໍ້າປະປາ.

ພາບປະກອບຂ່າວເທົ່ານັ້ນ

ມາດຕາ 18 ການຄຸ້ມຄອງບໍ່ໃຫ້ມີການບຸກລຸກ, ລ່ວງລໍ້າ ຫຼື ນໍາໃຊ້ໄປສູ່ເປົ້າໝາຍອື່ນໆ ໂດຍບໍ່ໄດ້ຮັບອະນຸຍາດ ພ້ອມທັງມີວິທີການມາດຕະການຕໍ່ຜູ້ລະເມີດ.

ມາດຕາທີ 19 ກິດຈະການກໍ່ສ້າງທີ່ມີມາກ່ອນກິດຈະການທຸກປະເພດທີ່ໄດ້ກໍ່ສ້າງໃນພື້ນທີ່ຂອບເຂດສະຫງວນທາງຫຼວງກ່ອນການປະກາດໃຊ້ຂໍ້ຕົກລົງສະບັບນີ້ ຕ້ອງປະຕິບັດ ດັ່ງນີ້:

ພາບປະກອບຂ່າວເທົ່ານັ້ນ

1 ການກໍ່ສ້າງເພື່ອຮັບໃຊ້ຜົນປະໂຫຍດ ເຊັ່ນ: ການຕິດຕັ້ງເສົາໄຟຟ້າ, ລະບົບໂທລະຄົມ ແລະ ສື່ສານ, ປ້າຍໂຄສະນາ ແລະ ອື່ນໆ ອົງການຄຸ້ມຄອງທາງຫຼວງແຕ່ລະຂັ້ນຕ້ອງສົມທົບກັບເຈົ້າຂອງກິດຈະການກວດຄືນ, ກໍລະນີມີການຮື້ຖອນ, ຍົກຍ້າຍຄ່າໃຊ້ຈ່າຍແມ່ນເຈົ້າຂອງກິດຈະການດັ່ງກ່າວເປັນຜູ້ຮັບຜິດຊອບ.

2 ການກໍ່ສ້າງທີ່ມີຜົນກະທົບ, ມີຄວາມສ່ຽງເປັນອຸປະສັກ, ກີດຂວາງຕໍ່ໂຄງສ້າງຂອບເຂດສະຫງວນທາງຫຼວງ ເຊັ່ນ: ການປຸກສ້າງຫ້າງຮ້ານ, ຕໍ່ຕື່ມ, ຮົ້ວກໍາແພງ, ທາງເຂົ້າອອກ, ຂຸດ – ຖົມດິນ ແລະ ອື່ນໆ ອົງການຄຸ້ມຄອງທາງຫຼວງຕ້ອງເຮັດບົດບັນທຶກຮ່ວມກັບເຈົ້າຂອງກິດຈະການ ກໍລະນີມີການຮື້ຖອນຍົກຍ້າຍຕ້ອງປະຕິບັດຕາມດໍາລັດເລກທີ 84/ລບ ລົງວັນທີ 5 ເມສາ 2016 ວ່າດ້ວຍຄ່າທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນຈາກໂຄງການພັດທະນາ.

ພາບປະກອບຂ່າວເທົ່ານັ້ນ

ມາດຕາທີ 25 ຂໍ້ຫ້າມ: ຫ້າມນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດມີພຶດຕິກໍາ ດັ່ງນີ້: 1. ດໍາເນີນກິດຈະການການກໍ່ສ້າງ, ສ້ອມແປງທີ່ເປັນກິດຈະການຊົ່ວຄາວ ຫຼື ຖາວອນໃນຂອບເຂດສະຫງວນທາງຫຼວງ ໂດຍບໍ່ໄດ້ຮັບອະນຸຍາດ; 2. ຫ້າມຕິດຕັ້ງແຂວນ , ວາງ, ກອງວັດຖຸ, ຂຸດ – ຖົ້ມດິນມີລັກສະນະກີດຂວາງເປັນອັນຕະລາຍໃຫ້ການສັນຈອນຕາມທ້ອງຖະໜົນ; ຂໍ້ 5 ຫ້າມຖິ້ມຂີ້ເຫຍື້ອ, ສິ່ງເສດເຫຼືອ, ນໍ້າເປື້ອນ, ເສດຫີນ, ດິນ, ຊາຍ, ນໍ້າມັນ, ດັງໄຟ ແລະ ອື່ນໆ ໃນເຂດສະຫງວນທາງຫຼວງແຫ່ງຊາດ; ຂໍ້ 8 ຫ້າມລ້ຽງສັດທຸກປະເພດໃນຂອບເຂດສະຫງວນທາງຫຼວງ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນມາດຕາທີ 41 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ, ນິຕິບຸກຄົນການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດຂໍ້ຕົກລົງສະບັບນີ້ຈະຖືກສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບໃໝສະຖານໜັກເບົາຕາມລະບຽບກົດໝາຍ.