ທ່ານ ນາງ ຈັນຄໍາ ເຄືອມີໄຊ ຜູ້ໂຊກດີຈາກຮ້ານຄ້າຕັງຈະເລີນ ຊັອບລຸ້ນໂຊກ ປີ 2

123

ຮ້ານຄ້າຕັງຈະເລີນ ໂຮມສະໂຕຣ ສາຂາດອນໜູນ ນະຄອນຫຼວງວຽງຈັນ ຈັດກິດຈະກຳຈັບສະຫຼາກມອບໂຊກໃຫ້ຜູ້ໂຊກດີ ຊັອບລຸ້ນໂຊກ ປີທີ 2 ຂຶ້ນໃນວັນທີ 12 ມັງກອນ 2020 ທີ່ຮ້ານຄ້າຕັງຈະເລີນ ໂຮມສະໂຕຣ ເຊິ່ງ ທ່ານ ນາງ ຈັນຄໍາ ເຄືອມີໄຊ ເປັນຜູ້ໂຊກດີທີ່ໄດ້ຮັບລາງວັນໃຫຍ່ເປັນລົດຈັກ Honda Scoopi I Club12, ຈັບສະຫຼາກໂດຍ ທ່ານ ນັດທະວຸດ ໂມລີຊາດ ຜູ້ຈັດການຝ່າຍການຕະຫຼາດ ຮ້ານຄ້າຕັງຈະເລີນ ໂຮມສະໂຕຣ.

width=

ທ່ານ ນັດທະວຸດ ໂມລີຊາດ ໄດ້ກ່າວວ່າ: ກິດຈະກຳຊັອບລຸ້ນໂຊກ ໄດ້ເຮັດເປັນປີທີ 2 ແລ້ວ ໂດຍຈັດໂປຣໂມຊັນຊື້ສິນຄ້າພາຍໃນຮ້ານຄົບທຸກໆ 5 ແສນກີບ ຈະໄດ້ຮັບບັດຊີງໂຊກລຸ້ນລົດຈັກ Honda Scoopi I Club12 ຈໍານວນ 1 ໃບ ເຊິ່ງຜູ້ໂຊກດີທີ່ຈະໄດ້ລາງວັນໃຫຍ່ ໄດ້ແກ່: ທ່ານ ນາງ ຈັນຄຳ ເຄືອມີໄຊ ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ນອກຈາກນີ້, ພາຍໃນງານຍັງມີກິດຈະກຳມອບຄຳໃຫ້ກັບລູກຄ້າບັດສະມາຊິກທີ່ສະສົມຄະແນນຕື່ມອີກ ໄດ້ແກ່: ທ່ານ ສີດາ ສຸດທະລົມ ໄດ້ຮັບຄໍາ 1 ບາດ ແລະ ອີກ 1 ສະຫຼຶງ, ບໍລິສັດ ນໍ້າຜາໃຫຍ່ ໄຮໂດຣ ພາວເວີ້ ຈຳກັດ ໄດ້ຮັບຄໍາ 1 ສະຫຼຶງ ລວມທັງມີການຈັດກິດຈະກຳຂາຍສິນຄ້ານາທີທອງອີກຫຼາຍລາຍການ ເພື່ອໃຫ້ລູກຄ້າທີ່ເຂົ້າມາຈັບຈ່າຍໄດ້ຊື້ໃນລາຄາທີ່ຖືກ ແລະ ກຸ້ມຄ່າ.