ລັດຖະບານ ກຳນົດເອົາ 3 ກະຊວງເປົ້າໝາຍ ເຮັດທົດລອງການຫັນເປັນຫົວໜ່ວຍງົບປະມານກຸ້ມຕົນເອງ

204

ການຫັນເອົາຫົວໜ່ວຍງົບປະມານທີ່ມີລາຍຮັບວິຊາການກຸ້ມຕົນເອງທາງດ້ານລາຍຈ່າຍ ຖ້າຫາກສາມາດບຸກທະລຸໄດ້ຈະເຮັດໃຫ້ຫົວໜ່ວຍງົບປະມານດັ່ງກ່າວມີສະພາບຄ່ອງ ແລະ ສາມາດນໍາໃຊ້ແຫຼ່ງທຶນ ເພື່ອພັດທະນາຂະແໜງການຕົນໄດ້ຢ່າງມີປະສິດທິຜົນສູງ ໂດຍບໍ່ເອື່ອຍອີງການຈັດສັນເພດານແຜນງົບປະມານຂອງລັດທີ່ມີຈໍາກັດ.

ໃນປີ 2019 ຜ່ານມາ ລັດຖະບານໄດ້ກຳນົດເອົາ 3 ກະຊວງເປົ້າໝາຍເຮັດທົດລອງ ຄື: ກະຊວງສຶກສາທິການ ແລະ ກີລາ, ກະຊວງສາທາລະນະສຸກ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດກະຊວງການເງິນ ໄດ້ປະກອບຄໍາເຫັນໃນກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020 ຜ່ານມາວ່າ: ກະຊວງການເງິນໃນນາມເປັນເສນາທິການໃຫ້ລັດຖະບານ ໂດຍສະເພາະແມ່ນການຜັນຂະຫຍາຍຄຳສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດງົບປະມານຂອງລັດ ກໍໄດ້ຄົ້ນຄວ້າສ້າງ ແລະ ປັບປຸງບາງນິຕິກຳທີ່ສຳຄັນ ເພື່ອເປັນເຄື່ອງມືໃນການຄຸ້ມຄອງການນໍາໃຊ້ງົບປະມານແຫ່ງລັດໃຫ້ມີການປະຢັດ ແລະ ມີປະສິດທິຜົນສູງພໍສົມຄວນ.

ພາບປະກອບຂ່າວເທົ່ານັ້ນ

ສຳລັບການກວດກາຫຼັງຈ່າຍໃນປີ 2019 ຜ່ານມາ ໂດຍປະຕິບັດຕາມມາດຕາ 87 ຂອງກົດໝາຍງົບປະມານແຫ່ງລັດ ກ່ຽວກັບການກວດກາລາຍຈ່າຍງົບປະມານ ປະກອບມີ 3 ຂັ້ນຕອນ ຄື: 1). ກວດກາກ່ອນຈ່າຍແມ່ນໜ້າທີ່ຂອງຄັງເງິນແຫ່ງຊາດ; 2). ກວດກາໄລຍະຈັດຕັ້ງປະຕິບັດແມ່ນໜ້າທີ່ຂອງຫົວໜ່ວຍງົບປະມານ ກໍຄືບັນດາກະຊວງ – ພະແນກການຂັ້ນທ້ອງຖິ່ນ; 3). ການກວດກາຫຼັງຈ່າຍແມ່ນໜ້າທີ່ຂອງກົມງົບປະມານແຫ່ງລັດ.

ພາບປະກອບຂ່າວເທົ່ານັ້ນ

ທ່ານກ່າວຕື່ມວ່າ: ໃນງວດ 4/2019 ກົມງົບປະມານແຫ່ງລັດໄດ້ສົມທົບກັບຄັງເງິນແຫ່ງຊາດ ແລະ ກົມສ່ວຍສາອາກອນ ເພື່ອລົງກວດກາຫຼັງການຈ່າຍການຈັດຕັ້ງປະຕິບັດງົບປະມານ 9 ເດືອນ ປີ 2019 ຢູ່ບາງຂະແໜງການຂັ້ນສູນກາງ ໂດຍໄດ້ກໍານົດເປົ້າໝາຍລົງກວດ 12 ກະຊວງ ແລະ 1 ອົງການ ເພື່ອແນໃສ່ເຮັດໃຫ້ການກວດກາການນຳໃຊ້ງົບປະມານຂອງລັດ, ການຈັດຊື້ – ຈັດຈ້າງ ແລະ ການປະກອບເອກະສານທີ່ຕິດພັນກັບລາຍຈ່າຍຕ່າງໆຖືກຕ້ອງສອດຄ່ອງກັບລະບຽບການທີ່ໄດ້ກໍານົດໄວ້ ແລະ ແຜນງົບປະມານທີ່ໄດ້ຮັບການອະນຸມັດ.

ພາບປະກອບຂ່າວເທົ່ານັ້ນ

ປັດຈຸບັນການຫັນເປັນຫົວໜ່ວຍງົບປະມານກຸ້ມຕົນເອງ ຖ້າຫາກສາມາດບຸກທະລຸໄດ້ຈະເຮັດໃຫ້ຫົວໜ່ວຍງົບປະມານດັ່ງກ່າວມີສະພາບຄ່ອງ ແລະ ສາມາດນໍາໃຊ້ແຫຼ່ງທຶນ ເພື່ອພັດທະນາຂະແໜງການຕົນໄດ້ຢ່າງເຕັມສ່ວນຢ່າງມີປະສິດທິຜົນສູງ ໂດຍບໍ່ເອື່ອຍອີງແຜນງົບປະມານຂອງລັດທີ່ມີຈໍາກັດ ເຊິ່ງໃນປີ 2019 ຜ່ານມາ ລັດຖະບານໄດ້ກໍານົດເອົາ 3 ກະຊວງເປົ້າໝາຍເຮັດທົດລອງຄືກະຊວງສຶກສາທິການ ແລະ ກີລາ, ກະຊວງສາທາລະນະສຸກ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ໃນນັ້ນ, ກະຊວງສຶກສາທິການ ແລະ ກີລາ ໄດ້ກຳນົດເອົາ 2 ຫົວໜ່ວຍ ( ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລເຕັກນິກປາກປ່າສັກ ), ສ່ວນກະຊວງສາທາລະນະສຸກໄດ້ກຳນົດເອົາ 5 ຫົວໜ່ວຍ ( ໂຮງໝໍເສດຖາ, ໂຮງໝໍມະໂຫສົດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກ ແລະ ໂຮງໝໍມິດຕະພາບ ). ສໍາລັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກຳນົດເອົາ 4 ຫົວໜ່ວຍ ( ໜັງສືພິມພາສາຕ່າງປະເທດ, ໂທລະພາບຊ່ອງ 3, ວິທະຍຸ ແລະ ຫໍວັດທະນະທຳແຫ່ງຊາດ ).

ພາບປະກອບຂ່າວເທົ່ານັ້ນ

ນອກນັ້ນ, ຍັງມີໜັງສືທາງລັດຖະການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ຄົ້ນຄວ້າຕາມການສະເໜີຂອງກະຊວງ ຍທຂ ໃນການຫັນເອົາການຄຸ້ມຄອງສະໜາມບິນເປັນຫົວໜ່ວຍກຸ້ມຕົນເອງ ເຊິ່ງປັດຈຸບັນກຳລັງຢູ່ຂັ້ນຕອນການປະສານກັບຂະແໜງການດັ່ງກ່າວ ເພື່ອດຳເນີນການກວດກາລາຍລະອຽດ, ລາຍຮັບວິຊາການຂອງບັນດາເປົ້າໝາຍທີ່ກຳນົດໄວ້ນັ້ນວ່າຈະສາມາດກຸ້ມໄດ້ລາຍຈ່າຍໃດແດ່?, ມີຈັກຫົວໜ່ວຍທີ່ຈະສາມາດກຸ້ມລາຍຈ່າຍເງິນເດືອນ?, ເງິນບໍລິຫານ ແລະ ຮ່ວງອື່ນໆ ໂດຍລວມແລ້ວຍັງເຫັນວ່າລາຍຮັບຂອງບັນດາຫົວໜ່ວຍວິຊາການທີ່ຈະສາມາດສະໜອງລາຍຈ່າຍຍັງມີໜ້ອຍຫາກທຽບໃສ່ລາຍຈ່າຍ ເຊິ່ງສາມາດກຸ້ມໄດ້ແຕ່ບາງຮ່ວງຂອງພາກລາຍຈ່າຍເທົ່ານັ້ນ.

ສໍາລັບທິດທາງໃນຕໍ່ໜ້າແມ່ນສືບຕໍ່ຄົ້ນຄວ້າ ແລະ ສ້າງນິຕິກໍາ ແລະ ກົນໄກການຄຸ້ມຄອງ ເພື່ອເປັນພື້ນຖານ ແລະ ບ່ອນອີງໃຫ້ຫົວໜ່ວຍວິຊາການໃນການຈັດຕັ້ງປະຕິບັດ ໂດຍເລີ່ມຈາກການຫັນໄປກຸ້ມຕົນເອງບາງພາກລາຍຈ່າຍກ່ອນ. ພ້ອມນັ້ນ, ກໍຍັງບໍ່ທັນມີບົດຮຽນກ່ຽວກັບການຫັນເປັນຫົວໜ່ວຍວິຊາການກຸ້ມຕົນເອງ ເຊິ່ງບັນຫາດັ່ງກ່າວກໍໄດ້ສົມທົບກະຊວງພາຍໃນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຂຶ້ນແຜນໄປສຶກສາ ແລະ ຖອດຖອນບົດຮຽນການເຮັດຕົວຈິງນໍາປະເທດເພື່ອນບ້ານທີ່ປະຕິບັດມາແລ້ວ ແລະ ສຶກສາຄົ້ນຄວ້າກ່ອນໄປຖອດຖອນບົດຮຽນຕົວຈິງ, “ ທ່ານ ພູວົງ ” ກ່າວຢໍ້າ.

ຂ່າວ: ສົມສະຫວິນ