ດີໃຈນຳ ປະຊາຊົນເມືອງປາກທາ ໄດ້ຮັບການຊ່ວຍເຫຼືອ

80

ເພື່ອເປັນການປະກອບສ່ວນ ຕ້ານໄພໜາວຢູ່ເມືອງ ປາກທາ ແຂວງ ບໍ່ແກ້ວ, ການນຳແຂວງ ພ້ອມຄະນະໄດ້ນຳເອົາເຄື່ອງນຸ່ງຫົ່ມ, ​ເຂົ້າສານ ແລະ ອາຫານແຫ້ງຈຳນວນໜຶ່ງມາມອບໃຫ້ ປະຊາຊົນຜູ້ທຸກຍາກພາຍໃນເມືອງ. ທັງນີ້, ກໍ່ເພື່ອຕ້ານໄພໜາວ ທັງເປັນການຮັກສາສຸຂະພາບໃຫ້ແຂງແຮງນຳອີກ.

ໃນວັນທີ 7 ມັງກອນ 2020 ຜ່ານມາ, ທ່ານ  ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍຄະນະໄດ້ນຳເອົາເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງນຸ່ງຫົ່ມ ມອບໃຫ້ເມືອງປາກທາ ແຂວງບໍ່ແກ້ວ ຕາງໜ້າຮັບໂດຍ ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງໆປາກທາ, ມີບັນດາຄະນະປະຈຳພັກ, ກຳມະການພັກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຂົ້າສານ 77 ເປົາ ເທົ່າກັບ 3.500 ກິໂລກຣາມ, ຜ້າຫົ່ມ 20 ຜືນ, ເຄື່ອງນຸ່ງ 26 ຖົງ, ເກີບ 23 ຄູ່, ເສື້ອຢືດແຂນສັ້ນ 44 ຜືນ, ເສື້ອກັນລົມ 21 ຜືນ, ໂສ້ງຂາຍາວ 16 ຜືນ, ເສື້ອຢືດແຂນຍາວຜູ້ຍິງ 45 ຜືນ, ເຄື່ອງນຸ່ງທົ່ວໄປ 3 ເປົາ ແລະ 1 ແກັດ, ຜ້າຫົ່ມເດັກນ້ອຍ 1 ແກັດ 12 ຜືນ.

ນອກນີ້, ຍັງມີອາຫານເຊັ່ນແຫ້ງຈຳນວນໜຶ່ງຄື: ໝີ່ໄວໆ 10 ແກັດ, ປ໋ອງປາ 3 ແກັດ ເຊິ່ງເຄື່ອງດັ່ງກ່າວນີ້ທາງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງແມ່ນຈະໄດ້ນຳໄປແຈກຢາຍໃຫ້ກັບປະຊາຊົນຄອບຄົວທຸກຍາກພາຍໃນເມືອງ ເພື່ອຕ້ານໄພໜາວເປັນການຮັກສາສຸຂະພາບໃຫ້ແຂງແຮງ.

ທີ່ມາ: ຫ້ອງການ ຖະແຫຼງຂ່າວ ເມືອງປາກທາ ຖວທ