ມີນັກຮຽນຊົນເຜົ່າເຂົ້າຮຽນຢູ່ໂຮງຮຽນກິນນອນ ເກືອບ 9 ພັນຄົນ

167

ປີ 2019 ສສກ ໄດ້ເອົາໃຈໃສ່ສົ່ງເສີມການສຶກສາຮຽນຮ່ວມຕາມຈຸດປະສົງ, ເປົ້າໝາຍ ແລະ ຄາດໝາຍທີ່ກະຊວງ ສສກ ວາງໄວ້ ໂດຍໄດ້ປັບປຸງພື້ນຖານໂຄງລ່າງໃຫ້ແກ່ບັນດາໂຮງຮຽນກິນນອນໃນຂອບເຂດທົ່ວປະເທດ, ໂຄສະນາເຜີຍແຜ່ສົ່ງເສີມການຮຽນຂອງລູກຫຼານຊົນເຜົ່າຜູ້ທີ່ດ້ອຍໂອກາດ, ເຮັດໃຫ້ມີນັກຮຽນຊົນເຜົ່າສາມາດເຂົ້າເຖິງການສຶກສາ ເກືອບ 9 ພັນຄົນ.

ອີງຕາມບົດສະຫຼຸບຂອງກະຊວງສຶກສາທິການ ແລະ ກີລາ ( ສສກ ) ໃຫ້ຮູ້ວ່າ: ໃນປີ 2019 ວຽກງານການສຶກສາຊົນເຜົ່າ ໄດ້ຮັບຄວາມເອົາໃຈໃສ່ນັບມື້ເພີ່ມຂຶ້ນໂດຍກະຊວງ ສສກ ໄດ້ແບ່ງປັນໂກຕາ ແລະ ສະໜອງເບ້ຍລ້ຽງໃຫ້ແຕ່ລະແຂວງໃນຈຳນວນໂຮງຮຽນສາມັນກິນນອນ ທັງໝົດ 23 ແຫ່ງທົ່ວປະເທດ. ໃນນັ້ນ, ໂຮງຮຽນກິນນອນທີ່ຂຶ້ນກັບກະຊວງ ສສກ 2 ແຫ່ງ, ຂຶ້ນກັບແຂວງ 15 ແຫ່ງ ແລະ ຂຶ້ນກັບເມືອງ 6 ແຫ່ງ ມີນັກຮຽນຊົນເຜົ່າເຂົ້າຮຽນທັງໝົດ 8.874 ຄົນ ຍິງ 3.987 ຄົນ.

ໃນນັ້ນ, ສາມາດແບ່ງເປັນໝວດພາສາ ເຊັ່ນ: ໝວດພາສາລາວ-ໄຕ 1.555 ຄົນ ຍິງ 834 ຄົນ, ໝວດພາສາມອນ-ຂະແມ 4.990 ຄົນ ຍິງ 2.318 ຄົນ, ໝວດພາສາມົ້ງ-ອີວມຽນ 1.485 ຄົນ ຍິງ 529 ຄົນ ແລະ ໝວດພາສາຈີນ-ຕີເບດ 951 ຄົນ ຍິງ 413 ຄົນ.

ນອກນັ້ນ, ຍັງໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ຄະນະເຄືອຂ່າຍການສຶກສາຮ່ວມກັບບັນດາມະຫາວິທະຍາໄລ, ວິທະຍາໄລຄູ ແລະ ໂຮງຮຽນວິຊາຊີບຕ່າງໆ ເພື່ອສົ່ງເສີມໃຫ້ນັກຮຽນຊົນເຜົ່າສາມາດເຂົ້າຮຽນຕໍ່ໃນວິຊາຊີບຕ່າງໆ ຈຳນວນ 261 ຄົນ ຍິງ 107 ຄົນ. ໃນນັ້ນ, ເຂົ້າຮຽນໃນໂຮງຮຽນວິຊາຊີບຊັ້ນຕົ້ນ ຈຳນວນ 45 ຄົນ ຍິງ 20 ຄົນ ແລະ ຊັ້ນກາງ 22 ຄົນ ຍິງ 6 ຄົນ; ເຂົ້າຮຽນໃນວິທະຍາໄລຄູ ຊັ້ນກາງ ຈຳນວນ 31 ຄົນ ຍິງ 11 ຄົນ, ຊັ້ນສູງ 36 ຍິງ 19 ຄົນ ແລະເຂົ້າຮຽນມະຫາວິທະຍາໄລ ລະດັບ ປະລິນຍາຕີ 127 ຄົນ ຍິງ 51 ຄົນ.

ເຖິງຢ່າງໃດກໍຕາມ, ຍັງເຫັນວ່າວຽກງານການສຶກສາຊົນເຜົ່າຍັງບໍ່ທັນສາມາດຕອບສະໜອງຄວາມຕ້ອງການຕົວຈິງຂອງສັງຄົມ ໂດຍສະເພາະແມ່ນພະນັກງານຮັບຜິດຊອບວຽກງານດັ່ງກ່າວຍັງຂາດຄວາມສາມາດ ແລະ ມີຂໍ້ຈຳກັດດ້ານວິຊາການສະເພາະດ້ານ, ຜູ້ບໍລິຫານ ແລະ ພະນັກງານຄູຍັງຂາດຄວາມຮູ້, ຄວາມເຂົ້າໃຈ ແລະ ຈຳກັດກ່ຽວກັບວຽກງານການຄຸ້ມຄອງ, ການຈັດຕັ້ງປະຕິບັດອາຫານທ່ຽງໃນໂຮງຮຽນພາຍໃຕ້ງົບປະມານຂອງລັດຍັງມີຄວາມສ່ຽງ ແລະ ທ້າທາຍຕໍ່ປະຕິທິນການຮຽນ ການປະກອບສ່ວນເຂົ້າກິນຂອງຊຸມຊົນໃຫ້ໂຮງຮຽນຍັງມີໜ້ອຍ.

ສະນັ້ນ, ເພື່ອໃຫ້ວຽກງານການສຶກສາຊົນເຜົ່າມີ ຄວາມຍືນຍົງ ປີ 2020, ສສກ ຈະສືບຕໍ່ປັບປຸງ ແລະ ຂໍອະນຸມັດຮັບຮອງຍຸດທະສາດ ແລະ ຂອບແຜນປະຕິບັດງານ 2018-2025 ວ່າດ້ວຍການເລັ່ງລັດພັດທະນາການສຶກສາຮຽນຮ່ວມໃນລະບົບການສຶກສາ, ປັບປຸງ ແລະ ຂໍອະນຸມັດຮັບຮອງຫຼັກການບໍລິຫານ-ຄຸ້ມຄອງໂຮງຮຽນ, ປັບປຸງ ແລະ ຮັບຮອງແຜນຍຸດທະສາດແຜນງານສົ່ງເສີມອາຫານໃນໂຮງຮຽນ 2019-2025 ແລະ ສືບຕໍ່ໂຄສະນາເຜີຍແຜ່ສ້າງຂີດຄວາມສາມາດດ້ານການຄຸ້ມຄອງ-ບໍລິຫານ ແລະ ວິທີການຈັດຕັ້ງການຮຽນ-ການສອນ ກ່ຽວກັບວຽກງານການສຶກສາດັ່ງກ່າວໃຫ້ພະນັກງານທີ່ຮັບຜິດຊອບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.

ຂ່າວ: ກາວຊົ່ງ

ຂໍ້ມູນຈາກກະຊວງສຶກສາທິການ ແລະ ກີລາ