ເປີດທາງການ! ງານວາງສະແດງສິນຄ້າ ເຟີນີເຈີລາວ ຄັ້ງທີ 6 ທີ່ສູນຄ້າລາວລາວ-ໄອເຕັກ

322

ງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວ ຄັ້ງທີ 6 ປະຈຳປີ 2020 ເລີ່ມເປີດເປັນທາງການ ວັນທີ 13 ມັງກອນ 2020 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ.

ທ່ານ ກອງມາລາ ພົມມາໄລ, ຮອງປະທານສະມາຄົມເຟີນິເຈີລາວ, ຜູ້ຊີ້ນໍາການຈັດງານ ເປີດເຜີຍໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ຄາດຄະເນຈະມີມູນຄ່າຊື້-ຂາຍທັງໝົດ 20 ຕື້ກວ່າກີບກີບ ໂດຍຄາດວ່າຈະມີຜູ້ທີ່ຈະເຂົ້າເຂົ້າຊົມງານບໍ່ຫຼຸດ 2 ແສນຄົນ. ທັງນີ້, ການຈັດງານກໍເພື່ອປະຕິບັດຕາມນະໂຍບາຍໃນການສົ່ງເສີມ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ ຜະລິດຕະພັນເຟີນິເຈີໄມ້ລາວທີ່ຜະລິດຈາກໄມ້ຫຼາຍຂື້ນ ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫຼາດ ແລະຈຳໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດ ກ້າວໄປສູ່ການສ້າງຕາໜ່າງການວາງສະແດງຂາຍສິນຄ້າກັບພາກພື້ນ ແລະ ສາກົນໄດ້ໃນອານາຄົດ.

ພ້ອມດຽວກັນນັ້ນ, ກໍເພື່ອຜັນຂະຫຍາຍ ຕາມເນື້ອໃນ ຂອງແຈ້ງການຄໍາສັ່ງ ເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ, ເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຢືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນ ຕາມທີ່ສັງຄົມປະຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີໄມ້ລາວໃຫ້ກາຍເປັນສີນຄ້າທີ່ມີຄຸນນະພາບ ແລະ ລາຄາສູງ ຖືກຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມອີກໃນອະນາຄົດ.

ສຳລັບຫ້ອງວາງສະແດງມາຮອດປັດຈຸບັນ ແມ່ນມີຫົວໜ່ວຍທຸລະກິດຈັບຈອງແລ້ວ 150 ຫ້ອງ ໂດຍຫົວໜ່ວຍທຸລະກິດ ແລະ ໂຮງງານ ທີ່ຈະເຂົ້າຮ່ວມ 66 ຫົວໜ່ວຍຈາກ 11 ແຂວງ 1 ນະຄອນຫຼວງ. ນອກຈາກນີ້ຍັງມີຫົວໜ່ວຍທຸລະກິດໂອດັອບອີກຈໍານວນຫນຶ່ງ ຊຶ່ງກິດຈະກໍາໃນງານ ມີການວາງສະແດງ ຊື້-ຂາຍສິນຄ້າ, ສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫຼັກໄມ້, ຈົກສະຫຼາກຊີງລາງວັນ, ການສະແດງສີນລະປະດົນຕີ ແລະ ອື່ນໆອີກຫຼາຫຼາາຍກິດຈະກຳໃນທຸກຄ່ຳຄືນ ໂດຍເຊີນຊວນພໍ່ແມ່ປະຊາຊົນລາວທຸກໆຄົນເຂົ້າຮ່ວມຊົມ ແລະ ຊື້ສິນຄ້າພາຍໃນງານໄດ້

ງານດັ່ງກ່າວຈະຈັດໄປຈົນເຖິງວັນທີ 19 ມັງກອນ 2020 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ.