ຈະເປີດນໍາໃຊ້ເປັນທາງການເສັ້ນທາງຈາກ ເມືອງຫົງສາ-ຊຽງແມນ 100 ກວ່າກິໂລແມັດ

140

ເສັ້ນທາງປູຢາງສອງຊັ້ນເລກ 4B ຈາກ ບ້ານນາປຸ່ງ ເມືອງຫົງສາ ແຂວງໄຊຍະບູລີ ຫາ ບ້ານຊຽງແມນ ເມືອງຈອມເພັດ ແຂວງຫລວງພະບາງ ມີຄວາມຍາວທັງຫມົດເກືອບ 114 ກິໂລແມັດ ໂດຍແມ່ນ ບໍລິສັດ ຊໍທະວີ ກໍ່ສ້າງຈໍາກັດ ແຫ່ງປະເທດໄທ ເປັນຜູ້ຮັບເຫມົາກໍ່ສ້າງ ລວມມູນຄ່າການກໍ່ສ້າງທັງຫມົດເກືອບ 2 ຕື້ບາດ(ສະກຸນເງີນໄທ). ເຊິ່ງພິທີເຊັນສັນຍາການກໍ່ສ້າງແມ່ນໄດ້ຈັດຂື້ນໃນ ວັນທີ 14 ສິງຫາ 2015 ທີ່ ຣີສອດສັນຕິ ນະຄອນ ຫຼວງພະບາງ ລະຫວ່າງ ທ່ານ ສີສົມພັນ ພິມສີປະສົງ ຫົວຫນ້າໂຄງການ ຕາງໜ້າຝ່າຍປະເທດລາວ ກັບ ທ່ານ ຊໍທະວີ ຜູ້ອໍານວຍການ ບໍລິສັດ ຊໍທະວີ ຄອນສະຕຣັກຊັນ ຈໍາກັດ ຜູ້ຮັບ ເໝົາການກໍ່ສ້າງ ແຫ່ງປະເທດໄທ.

ຫຼັງຈາກທີ່ໄດ້ລົງມືການກໍ່ສ້າງແຕ່ມື້ເຊັນສັນຍາສ້າງຕາມສັນຍາໂຄງການແມ່ນ 32 ເດືອນໃຫ້ສໍາເລັດ ແຕ່ອີງໃສ່ເງື່ອນໄຂການຍົກຍ້າຍສິ່ງກີດຂວາງ ແລະ ການນໍາເຂົ້າອຸປະກອນການກໍ່ສ້າງຕ່າງໆບໍ່ເປັນໄປຕາມກໍານົດ ຈິ່ງເຮັດໃຫ້ການກໍ່ສ້າງລ້າຊ້າໄປເກີນກໍານົດ 12 ເດືອນກວ່າ ມາຮອດປະຈຸບັນແມ່ນ ສໍາເລັດ 100% ແລະ ຈະເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 14 ມັງກອນ 2020 ນີ້.

ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນໄດ້ຮັບການສະຫນັບສະຫນູນດ້ານການເງີນຈາກລັດຖະບານແຫ່ງ ຣາດຊະອານາຈັກໄທ ກໍຄືສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ(ອົງການມະຫາຊົນ ຫລື NEDA ແຫ່ງປະເທດໄທ) ຈໍານວນເງີນ 1.977 ລ້ານບາດ, ໃນນີ້ເປັນເງີນກູ້ຈໍານວນ 1,581,600,000 ບາດໄທ, ເງີນຊ່ວຍເຫລືອລ້າ 395,400,000 ບາດໄທ.

ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວມີຄວາມຍາວທັງຫມົດ 113,954 ກິໂລແມັດ, ຈະກໍ່ສ້າງເປັນທາງປູຢາງສອງຊັ້ນ, ຫນ້າທາງລົດແລ່ນມີ 2 ຊ່ອງຈະລາຈອນ, ຄວາມກວ້າງຫນ້າທາງເຂດທົ່ງພຽງແມ່ນ 9 ແມັດ, ເຂດຫລຸບໂນນແມ່ນ 8 ແມັດ ແລະ ເຂດພູດອຍແມ່ນ 7 ແມັດ, ພ້ອມນັ້ນຍັງຈະໄດ້ກໍ່ສ້າງຂົວຂ້າມທັງຫມົດ 8 ແຫ່ງ, ໃນນັ້ນຢູ່ເຂດແຂວງໄຊຍະບູລີມີ 1 ແຫ່ງ, ຢູ່ເຂດແຂວງຫລວງພະບາງມີ 7 ແຫ່ງ