ເດືອນມີນາໄດ້ເຫັນໝາກໂມໃຫຍ່ໜັກ 15ກິໂລ ຫຼັງເມືອງເຊບັ້ງໄຟທົດລອງປູກ 2ສາຍພັນໃໝ່ຈາກຈີນ

190

ບໍລິສັດຖ່ານຂາວ ຮ່ວມກັບ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ທົດລອງໝາກໂມ ໃນເນື້ອທີ່ຈຳນວນ 4,1 ເຮັກຕາ ຢູ່ດິນທົດລອງຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເຂດບ້ານຂົວເຊ ໂດຍໄດ້ນຳເບ້ຍໝາກໂມມາປູກ ຈຳນວນ 100.000 ເບ້ຍ.

ໃນເນື້ອທີ່ດັ່ງກ່າວຈະນໍາໝາກໂມມາປູກມີ 2 ສາຍພັນຄື: ພັນທີ 1 ເຫີຍຈິງກັງ ເຊິ່ງໝາກໂມ 1 ໜ່ວຍມີນ້ຳໜັກ 3 ກິໂລ ແລະ ສາຍພັນທີ 2 ຟາຟູລີລຽນ ຂະໜາດໝາກ 1 ໜ່ວຍ ມີນ້ຳໜັກ 15 ກິໂລ ແລະ ຄາດວ່າຈະໄດ້ເກັບກູ້ຜົນຜະລິດໃນເດືອນມີນາ ທີ່ຈະມາເຖິງ ເຊິ່ງຄາດຄະເນຜົນຜະລິດໃນຄັ້ງນີ້ແມ່ນ 600.000 ໂຕນ ແລະ ຄິດໄລ່ສະເລ່ຍເປັນເງິນ ປະມານ 400 ລ້ານກີບ.

ໃນທ້າຍອາທິດຜ່ານມາ, ທ່ານ ບຸນສີ ພົມມະໄຊ ເຈົ້າເມືອງເຊບັງໄຟ ພ້ອມຄະນະ ໄດ້ລົງຊຸກຍູ້ການປູກໝາກໂມ 2 ສາຍພັນດັ່ງກ່າວ ແລະ ທ່ານໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການຕິດຕາມທາງດ້ານເຕັກນິກໃນດ້ານການເບິ່ງແຍງ ແລະ ບົວລະບັດຮັກສາ ເພື່ອເຮັດໃຫ້ຜົນພະລິດໄດ້ຕາມລະດັບຄາດໝາຍ.

ພາບປະກອບເທົ່ານັ້ນ

ຂໍ້ມູນຈາກ: ຂ່າວສານປະເທດລາວ