ໜັກໜ່ວງ! 2019 ເຊກອງ ໄດ້ຮັບຜົນເສຍຫາຍຈາກໄພພິບັດກວ່າ 150 ຕື້ກີບ

316

ດັ່ງທີ່ຮູ້ນຳກັນແລ້ວວ່າ ປີ 2019 ຜ່ານມາ ສປປ ລາວ ປະສົບກັບໄພພິບັດທຳມະຊາດຄຸກຄາມຢ່າງໜັກໜ່ວງ ສົ່ງຜົນໃຫ້ພື້ນຖານໂຄ່ງລ່າງ, ເນື້ອທີ່ທຳການຜະລິດ, ເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນເສຍຫາຍເປັນຈຳນວນຫຼວງຫຼາຍ ເຊິ່ງໜຶ່ງໃນນັ້ນ ແຂວງ ເຊກອງ ກໍ່ເປັນອີກແຂວງໜຶ່ງທີ່ໄດ້ຮັບກະທົບຈາກໄພພິບັດນໍ້າຖ້ວມໃນໄລຍະຜ່ານມາ, ມີ 145 ບ້ານ, ໃນນີ້ ເມືອງດາກຈຶງ ເສຍຫາຍທັງໝົດ 41,17 ຕື້ກີບ, ເມືອງກະລຶມ 56,73 ຕື້ກີບ, ເມືອງລະມາມ  38,69 ຕື້ກີບ ແລະ ເມືອງທ່າແຕງ 13,71 ຕື້ກີບ. ໜັກກວ່າໝູ່ແມ່ນຂະແໜງໂຍທາທິການ ແລະ ຂົນສົ່ງໄດ້ 111,08 ຕື້ກີບ.

ຂໍ້ມູນດັ່ງກ່າວໄດ້ເປີດເຜີຍໃນກອງປະຊຸມ ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປະຈຳປີ 2019 ແລະ ວາງທິດທາງແຜນການປະຈຳປີ 2020  ຂອງຄະນະກໍາມະການປ້ອງກັນແລະຄວບຄຸມໄພພິບັດ (ຄປພບ) ແຂວງເຊກອງ ໃນວັນທີ 10 ມັງກອນ ຜ່ານມາ ທີ່ສະໂມສອນແຂວງ     ເຊກອງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ປະທານ ຄປພບ ຂັ້ນແຂວງ, ທ່ານ ຄຳສອນ ກອນເຍີ ຫົວໜ້າພະແນກ ຮສສ ແຂວງ, ຮອງປະທານ ຄປພບ, ມີຮອງເຈົ້າເມືອງ 4 ຕົວເມືອງ ພ້ອມດ້ວຍຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດ ຂັ້ນແຂວງ-ເມືອງເຂົ້າຮ່ວມ.

ທ່ານ ຄຳສອນ ກອນເຍີ ຮອງປະທານ ຄປພບແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໄພພິບັດທີ່ພົ້ນເດັ່ນປະຈຳປີ 2019 ຢູ່ ແຂວງເຊກອງວ່າ: ຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຂວງ ໄດ້ເອົາໃຈໃສ່ເຮັດໜ້າທີ່ສ້າງແຜນຍຸດທະສາດການປ້ອງກັນ, ຕອບໂຕ້, ກູ້ໄພສຸກເສີນ ແລະຟື້ນຟູສະພາບການຕ່າງໆທີ່ອາດຈະເກີດຂື້ນ ດ້ວຍການອອກແຈ້ງຂໍ້ມູນຂ່າວສານເຕືອນໄພລ່ວງໜ້າໃຫ້ປະຊາຊົນໄດ້ຮັບຮູ້ ເພື່ອກຽມພ້ອມຕອບໂຕ້ ແລະຮັບມືກັບເຫດການຕ່າງໆໃຫ້ທັນກັບສະພາບ ແລະເຫດການ. ພ້ອມນີ້, ກໍ່ໄດ້ລົງກູ້ໄພສຸກເສີນຊ່ວຍເຫຼືອປະຊາຊົນທີ່ຖືກເຄາະຮ້າຍ ຈາກໄພພິບັດນໍ້າຖ້ວນໃນຕົ້ນເດືອນກັນຍາປີ 2019 ສຳເລັດ 16 ບ້ານ ໃນ 3 ເມືອງຄື : ເມືອງລະມາມ ມີ 13 ບ້ານ, ທ່າແຕງ ມີ 1 ບ້ານ ແລະເມືອງດາກຈຶງ ມີ 2 ບ້ານ ດ້ວຍການຍົກຍ້າຍປະຊາຊົນອອກຈາກພື້ນທີ່ນໍ້າຖ້ວມ ໂດຍນຳໃຊ້ເຮືອກູ້ໄພຊ່ວຍເຫຼືອຍົກຍ້າຍບຸກຄົນທີ່ຖືກນໍ້າຖ້ວມ ( ທີ່ບໍ່ສາມາດຊ່ວຍຕົນເອງໄດ້ ) ມີ 18 ຄົນ ປອດໄພ 100%.

ພ້ອມນີ້, ໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດຊອບລະດົມທຶນ, ທ້ອນໂຮມທຶນແລະວັດຖຸປັດໃຈ-ສີ່ງຂອງຕ່າງໆຈາກສັງຄົມ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມພາຍໃນ 4 ຕົວເມືອງ, ຄປພບ ຂັ້ນແຂວງ-ເມືອງ. ໄດ້ລົງເກັບກຳຂໍ້ມູນຜົນກະທົບ ແລະຜົນເສຍຫາຍຈາກໄພພິບັດໃນຕົ້ນເດືອນກັນຍາປີ 2019 ສຳເລັດ, ສັງລວມຜົນເສຍຫາຍທັງໝົດຈຳນວນ 150 ຕື້ກວ່າກີບ, ມີບ້ານໄດ້ຮັບຜົນກະທົບ 145 ບ້ານ,ມີ 86.130 ຄົນ. ໃນນີ້ ເມືອງດາກຈຶງ ໄດ້ຮັບຜົນກະທົບ ເສຍຫາຍທັງໝົດ 41,17 ຕື້ກີບ, ເມືອງກະລຶມ ໄດ້ຮັບຜົນກະທົບ ເສຍຫາຍທັງໝົດ 56,73 ຕື້ກີບ, ເມືອງລະມາມ ໄດ້ຮັບຜົນກະທົບ ເສຍຫາຍທັງໝົດ 38,69 ຕື້ກີບ ແລະເມືອງທ່າແຕງ ໄດ້ຮັບຜົນກະທົບ ເສຍຫາຍທັງໝົດ 13,71 ຕື້ກີບ.

ໃນນີ້ ໄດ້ຮັບຜົນເສຍຫາຍຫຼາຍກວ່າຫມູ່ ແມ່ນຂະແໜງໂຍທາທິການ ແລະຂົນສົ່ງໄດ້ ມູນຄ່າ 111,08 ຕື້ກີບ, ຮອງລົງມາແມ່ນຂະແໜງກະສິກໍາ ແລະປ່າໄມ້ 16,67 ຕື້ກີບ, ຂະແໜງສາທາລະນະສຸກ 11,04 ຕື້ກີບ, ຂະແໜງສຶກສາທິການ ແລະກິລາ 5,12 ຕື້ກີບ, ຂະແໜງພະລັງງານ ແລະບໍ່ແຮ່ 3,50 ຕື້ກີບ, ຂະແໜງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ 1,40 ຕື້ກີບ, ຂະແໜງແຮງງານ ແລະສະຫວັດດີການສັງຄົມ 1,15 ຕືກີບ ແລະຂະແໜງຊັບພະຍາກອນນໍ້າ ແລະສິ່ງແວດລ້ອມ ມີມູນຄ່າ 0,35 ຕື້ກີບ.

ທີ່ມາ: ຂ່າວເຊກອງ