ທ່ານ ວິລະສະໄໝ ສຸລິນທອນ ຜູ້ໂຊກດີຮັບລົດໃຫຍ່ຈາກ ບໍລິສັດ ໂຄລາວ

364

ພິທີຈັບສະຫຼາກມີຂຶ້ນໃນວັນທີ 2 ມັງກອນ 2020 ແລະ ມອບລາງວັນໃນວັນທີ 8 ມັງກອນ 2020 ໂດຍມີ ທ່ານ ໜູໄຊ ແຫວນສະຫວັນ ຜູ້ບໍລິຫານ CEO ກຸ່ມບໍລິສັດ ໂຄລາວ ພ້ອມດ້ວຍການນໍາບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກິດຈະກໍາດັ່ງກ່າວ ພາຍໃຕ້ໂຄງການ ໂຄລາວ ແຈກໂຊກຄັ້ງໃຫຍ່ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ໂດຍຜ່ານການ Live ສົດຈັບສະຫຼາກຫາຜູ້ໂຊກດີຜ່ານ Facebook KolaoCare ລາງວັນທີ 1 ລົດໃຫຍ່ Kia Soluto ຈຳນວນ 1 ລາງວັນ ເຊິ່ງຜູ້ໂຊກດີ ໄດ້ແກ່: ທ່ານ ວິລະສະໄໝ ສຸລິນທອນ ເຊິ່ງໃຫ້ກຽດມອບໂດຍ ທ່ານ ໜູໄຊ ແຫວນສະຫວັນ ຜູ້ບໍລິຫານ CEO ກຸ່ມບໍລິສັດ ໂຄລາວ.

ລາງວັນທີ 2 ລົດຈັກໂຄລາວ RIO – I ຈຳນວນ 5 ລາງວັນຜູ້ໂຊກດີຄື ທ່ານ ນາງ ຂັນທະລີ ພິມມະສອນ, ນາງ ອິນທະວົງ ທຳມະວົງ, ນາງ ມະໄລທອງ ສູນທາລາ, ນາງ ຂັນທະລີ ສີທາລາດ ແລະ ທ້າວ ຄຳຜົງ ແກ້ວປະເສີດ. ໃຫ້ກຽດມອບໂດຍ ທ່ານ Lee SANG MIN ( ຜູ້ຈັດການຝ່າຍຂາຍ ).