ອູເບີ – ຮຸນໄດ ຈັບມືພັດທະນາແທັກຊີລອຍຟ້າ

138

ທ່ານ ເອຣິກ ແອວລິສັນ ປະທານອູເບີເອລິເວດ ຖະແຫຼງຂ່າວວ່າ: ບໍລິສັດ ຮຸນໄດມໍເຕີ ເປັນພັນທະມິດໃໝ່ຂອງ ອູເບີ ເຊິ່ງເຊື່ອວ່າຮຸນໄດມີສັກກະຍະພາບຜະລິດຍານພາຫະນະອູເບີແອ ໃນອັດຕາທີ່ບໍ່ເຄີຍເກີດຂຶ້ນໃນອຸດສາຫະກຳລົດໃນປັດຈຸບັນດ້ວຍການຜະລິດໄດ້ໃນຄຸນນະພາບສູງ ແລະ ຈໍານວນຫຼາຍຈະຊ່ວຍຫຼຸດຕົ້ນທຶນການເດີນທາງຕໍ່ຖ້ຽວຂອງຜູ້ໂດຍສານລົງໄດ້.


ຍົນຈໍາລອງຂະໜາດເທົ່າຂອງຈິງ ເອັສເອ 1 ຈະມາເປີດໂຕໃນງານຄອມຊູເມີ ເອເລັກໂຕຣນິກໂຊ ທີ່ລັດເວກັສ ສະຫະລັດອາເມຣິກາ. ຍົນສ່ວນຕົວ ( ພີເອວີ ) ພະລັງງານໄຟຟ້າລຸ້ນນີ້ຮອງຮັບຜູ້ໂດຍສານໄດ້ 4 ຄົນ ເດີນທາງໄດ້ໄກ 96,5 ກິໂລແມັດ ດ້ວຍຄວາມໄວ 289,6 ກິໂລແມັດຕໍ່ຊົ່ວໂມງ.


ອູເບີແອ ເປີດໂຕຄັ້ງທໍາອິດໃນປີ 2016 ຕັ້ງໃຈຂະຫຍາຍບໍລິການໃຫ້ເຂົ້າເຖິງຜູ້ຊົມໃຊ້ຫຼາຍຂຶ້ນດ້ວຍການເຊື່ອມໂຍງໃຈກາງເມືອງ ແລະ ຊານເມືອງຈາກມາລິນາ ໃກ້ສໍານັກງານໃຫຍ່ ອູເບີແອ ໃນຊານຟານຊິສໂກ ໄປຍັງເມືອງຊານໂອເຊ ໃນໄລຍະເສັ້ນທາງ 80 ກິໂລແມັດ ໃຊ້ເວລາ 15 ນາທີ ເຊິ່ງຖ້ານັ່ງລົດອາດໃຊ້ເວລາ 2 ຊົ່ວໂມງ.
ອູເບີແອ ວາງແຜນກຽມຖ້ຽວບິນສາທິດໃນປີນີ້ ແລະ ຫວັງເປີດໃຫ້ບໍລິການທາງການຄ້າ ໃນປີ 2023 ເລີ່ມທີ່ລອດແອງເຈີລິສ ສະຫະລັດອາເມຣິກາ ແລະ ນະຄອນເມເບີນຂອງອົສຕຣາລີ.

( ທີ່ມາhttps://www.bangkokbiznews.com/news/detail/861105?utm_source=homepage&utm_medium=internal_referral&utm_campaign=foreign )