ຊົມເຊີຍ! ນາຍ ແລະ ພົນທະຫານ 26 ສະຫາຍ ຢູ່ກອງພັນໃຫຍ່ 644 ໄດ້ເລື່ອນຊັ້ນ

240

ເມື່ອອາທິດຜ່ານມາ ກອງພັນໃຫຍ່ 644 ໄດ້ຈັດພິທີປະກາດຊັ້ນໃຫ້ນາຍ ແລະ ພົນທະຫານປະຈຳປີ 2019 ໂດຍເຂົ້າຮ່ວມ ຂອງທ່ານ ພັນເອກ ລໍາທູນ ລາດວິໄຊ ຄະນະປະຈຳພັກ – ຫົວໜ້າການທະຫານກອງພັນໃຫຍ່ 644 . ມີບັນດາສະຫາຍພະນັກງານຫຼັກແຫຼ່ງ, ຂັ້ນນຳພາ-ບັນຊາ , ຈາກພະແນກການ , ກົມກອງອ້ອມຂ້າງ , ຕະຫຼອດຮອດນາຍ ແລະ ພົນທະຫານ ຜູ້ທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ.

ພັນໂທ ແກ້ວວຽງສັກ ແກ້ວລາ ຮອງການທະຫານ, ຫົວໜ້າພະແນກເສນາທິການ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາກອງທັບເລກທີ 2647/ກສນ ລົງວັນທີ 22 ພະຈິກ 2019 ວ່າດ້ວຍການອະນຸມັດເລື່ອນຊັ້ນນາຍສິບ ຕາມຂໍ້ກໍານົດວ່າດ້ວຍລະບຽບການຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາຊົນລາວ (ສະບັບປັບປຸງ) ເລກທີ 1681/ກປທ ລົງວັນທີ 12 ພຶດສະພາ 2016 ຕາມໜັງສືສະເໜີຂອງກອງພັນໃຫຍ່ 644 ສະບັບເລກທີ 754/ກພຍ ລົງວັນທີ 4 ພະຈິກ 2019 ແລະ ຕາມການຄົ້ນຄົ້ວນຳສະເໜີຂອງກົມກຳລັງພົນ, ກົມໃຫຍ່ເສນາທິການກອງທັບ ຕົກລົງເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານຢູ່ກອງພັນໃຫຍ່ 644 ຈໍານວນ 26 ສະຫາຍ. ໃນນີ້ ເລື່ອນຊັ້ນສິບເອກຂຶ້ນວາທີ 8 ສະຫາຍ , ເລື່ອນຊັ້ນສິບໂທຂຶ້ນສິບເອກ 15 ສະຫາຍ ແລະ ເລື່ອນຊັ້ນສິບຕີຂຶ້ນສິບໂທ 3 ສະຫາຍ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ໂອກາດນີ້ ພັນເອກ ລຳທູນ ລາດວິໄຊ ຄະນະປະຈຳພັກ- ຫົວໜ້າການທະຫານກອງພັນໃຫຍ່ 644 ກໍ່ໄດ້ໂອ້ລົມຕໍ່ບັນດາສະຫາຍນາຍ ແລະ ພົນທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ພ້ອມສະແດງຄວາມຍ້ອງຍໍ, ຊົມເຊີຍ ຜົນງານທີ່ຍາດມາໄດ້ ແລະ ເນັ້ນຕື່ມໃຫ້ທຸກຄົນຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍພ້ອມກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ຝຶກແອບຮ່ຳຮຽນ, ຄຸນສິນທຳປະຕິວັດ, ຮັກສາໄດ້ຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເພື່ອສ້າງໃຫ້ຕົນເອງກາຍເປັນພະນັກງານສືບທອດທີ່ດີຂອງຊາດ, ຂອງພັກ ແລະ ຂອງກອງທັບ.

ທີ່ມາ: ວິທະຍຸກະຈາຍສຽງ ສະຫວັນນະເຂດ