ເດີ່ນບິນສາກົນມະນີລາ ປິດໃຫ້ບໍລິການຊົ່ວຄາວ ຫຼັງພູໄຟ “ຕາອັລ” ລະເບີດ

67

ເດີ່ນບິນສາກົນຂອງຟິລິບປິນປະກາດໂຈະການໃຫ້ບໍລິການ “ແບບບໍ່ມີກຳນົດ” ຈາກສະຖານະການ ພູໄຟຕາອັລ ທີ່ຕັ້ງຢູ່ໃກ້ນະຄອນຫຼວງມະນິລາ ລະເບີດຂຶ້ນຢ່າງຮຸນແຮງ ເຊິ່ງພົ່ນທັງຄວັນ ແລະ ລາວາອອກມາທົ່ວເມືອງ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອວັນຈັນ ທີ 13 ມັງກອນ ວ່າ ສະຖາບັນວິທະຍາພູໄຟ ແລະ ວິທະຍາແຜ່ນດິນໄຫວຂອງຟີລິບປິນ (ຟີໂວລສ໌ PHIVOLS: Philippine Institute of Volcanology and Seismology) ຖະແຫຼງການວ່າ ເກີດແຜ່ນດິນໄຫວຂະໜາດ 4 ແມັກນິຈູດມາດຕາຣິກເຕີ ເມື່ອເຊົ້າວັນຈັນ ຕາມເວລາທ້ອງຖິ່ນ ໃກ້ກັບເກາະພູໄຟຕາອັລ ເຊິ່ງຕັ້ງຢູ່ໃນແຂວງບາຕັງກັສ ຫ່າງຈາກນະຄອນຫຼວງມະນິລາລົງມາທາງທິດໃຕ້ ປະມານ 50 ກິໂລແມັດ ເປັນສັນຍານວ່າ ແມັກມາທີ່ມີປະລິມານມະຫາສານຍັງຄົງມີການເຄື່ອນໄຫວ ແລະ ສ້າງປະຕິກິລິຍາຢູ່ພາຍໃນພູໄຟ ແລະ ເມື່ອໃດທີ່ມີການສຽດສີລັກສະນະນີ້ຢູ່ໃນພູໄຟ ເຫດການແຜ່ນດິນໄຫວກໍ່ຈະເກີດຂຶ້ນເລື້ອຍໆ ແລະ ມີລາວາໄຫຼອອກມາຈາກປາກປ່ອງພູໄຟເປັນໄລຍະ.

ທັງນີ້ ນັບຕັ້ງແຕ່ການລະເບີດຂອງພູເຂົາໄຟຕາອັລ ແລະ ມີການປະກາດເຝົ້າລະວັງຕັ້ງແຕ່ວັນອາທິດ ຜ່ານມາ ເຈົ້າໜ້າທີ່ໄດ້ກວດພົບແຮງສັ່ນສະເທືອນເຖິງ 75 ຄັ້ງ ໃນຈຳນວນນີ້ 32 ຄັ້ງ ແຮງສັ່ນສະເທືອນຮຸນແຮງເຖິງ 5,0 ແມັກນິຈູດມາດຕາຣິກເຕີ. ຂະນະດຽວກັນໜ່ວຍງານຟີໂວລສ໌ ໄດ້ແຈ້ງເຕືອນກ່ຽວກັບມີຄວາມເປັນໄປໄດ້ທີ່ຈະເກີດຄື້ນສຶນາມິໃນທະເລໃກ້ກັບພູໄຟ ປະຊາຊົນຜູ້ທີ່ອາໄສຢູ່ໃນລັດສະໝີ 14 ກິໂລແມັດຈາກປາກປ່ອງພູເຂົາໄຟ ຄວນອົບພະຍົບອອກຈາກພື້ນທີ່ ເຖິງວ່າຜູ້ຊ່ຽວຊານກຳນົດລະດັບການເຕືອນໄພຢູ່ໃນລະດັບ “4” ເຊິ່ງເປັນລະດັບຮອງຈາກລະດັບເຕອນໄພຂັ້ນສູງສຸດ.

ເດີ່ນບິນສາກົນນິນອຍ ອາກີໂນ ຕັ້ງຢູ່ຊານເມືອງນະຄອນຫຼວງມະນິລາ ປະກາດໂຈະການໃຫ້ບໍລິການທັງຖ້ຽວບິນຂາເຂົ້າ ແລະ ຂາອອກ “ແບບບໍ່ມີກຳນົດ” ເນື່ອງຈາກວິໄສທັດທາງອາກາດບໍ່ອຳນວຍຕໍ່ການໃຫ້ບໍລິການ ຫຼັງຈາກພູໄຟຕາອັລ ພົ່ນໝອກຄວັນປົົກຄຸມ ສູງ 15.000 ແມັດ. ຂະນະທີ່ຫ້ອງການເທສະບານນະຄອນຫຼວງມະນິລາ ແຈ້ງເຕືອນໃຫ້ປະຊາຊົນລະມັດລະວັງອັນຕະລາຍ ເມື່ອຢູ່ນອກທີ່ຢູ່ອາໄສ. ເພາະວ່າອະນຸພາກທີ່ປິວອອກຈາກພູໄຟອາດຈະມີຂະໜາດໃຫຍ່ກວ່າລູກກັອຟຕົກລົງມາ ແລະ ການຫາຍໃຈເອົາກຸ່ມຄວັນກໍ່ເປັນ “ອັນຕະລາຍ” ເຊິ່ງສ້າງຄວາມວິຕົກກັງວົນຢ່າງຫຼວງຫຼາຍໃຫ້ກັບປະຊາຊົນ ເຮັດໃຫ້ໜ້າກາກປິດດັງປິດປາກຂາດຕະຫຼາດ.

ທັງນີ້ ພູໄຟຕາອັລ ເປັນໜຶ່ງໃນພູໄຟທີ່ຂະໜາດນ້ອຍທີ່ສຸດໃນປະເທດຟິລິບປິນ ມີຄວາມສູງພຽງ 311 ແມັດເທົ່ານັ້ນ ແຕ່ເປັນໜຶ່ງໃນພູເຂົາໄຟທີ່ມີການເຄື່ອນໄຫວເກີດປະຕິກິລິຍາຫຼາຍທີ່ສຸດ ເຊິ່ງເຄີຍລະເບີດຄັ້ງຫຼ້າສຸດ ເມື່ອປີ 1977. ຂະນະທີ່ ໜ່ວຍງານຟີຖວລສ໌ ໄດ້ເພີ່ມການສັງເກດການຄວາມເຄື່ອນໄຫວຂອງພູໄຟຕາອັລ ຕັ້ງແຕ່ເດືອນມີນາ ປີຜ່ານມາ.