ຄັດເລືອກທີມຊາດ ຄັ້ງທໍາອິດທີ່ພາກເໜືອ 400 ຄົນຮ່ວມຄັດ ທ້າຍອາທິດນີ້ລົງຄັດທີ່ພາກໃຕ້

136

ອີງຕາມການລາຍງານຂອງ ສະຫະພັນບານເຕະແຫ່ງຊາດລາວ ລະບຸວ່າ: ລະຫວ່າງວັນທີ 11-12 ມັງກອນ 2020 ຢູ່ທີ່ສະໜາມກີລານາຫຼວງ ນະຄອນຫຼວງພະບາງ ນໍາໂດຍ ທ່ານ Sundram Moorthy ຫົວໜ້າຄູຝຶກທີມຊາດລາວ ຊຸດໃຫຍ່ ແລະ ທ່ານ V Selvaraj ຜູ້ຊ່ວຍຄູຝຶກ ທີມຊາດລາວ ຊຸດໃຫຍ່ ຊາວສິງກະໂປ ພ້ອມດ້ວຍຄະນະ ໄດ້ຄັດເລືອກນັກກີລາ ທີ່ມີ ພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກີລາ ທີມບານເຕະຊາຍທີມຊາດລາວ ຮຸ່ນອາຍຸ ບໍ່ເກີນ 16 ປີ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຊາຍລະດັບນາໆຊາດຫຼາຍລາຍການ.

ສໍາລັບ ການຄັດເລືອກໃນຄັ້ງນີ້ໄດ້ຮັບຄວາມສົນໃຈ ຈາກບັນດານັກກິລາທີ່່ມາຈາກຕົວເມືອງອ້ອມຂ້າງ ນະຄອນຫຼວງພະບາງ, ແຂວງໄຊຍະບູລີ, ແຂວງບໍ່ແກ້ວ, ແຂວງຫຼວງນ້ຳທາ, ແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ແຂວງຊຽງຂວາງ ເຊິ່ງທາງ ຄະນະຄູຝຶກສາມາດຄັດເລືອກນັກກີລາໄດ້ 18 ຄົນທີ່ດີເດັ່ນ ຈາກຜູ້ເຂົ້າຮ່ວທັງໝົດ 420 ຄົນ ໂດຍຈໍານວນ 18 ຄົນນີ້ຈະເດີນທາງຂຶ້ນມາ ນະຄອນຫຼວງວຽງຈັນ ເພື່ອມາຄັດເລືອກອີກຄັ້ງຮ່ວມກັບ ຕົວແທນຈາກພາກກາງ ແລະ ພາກໃຕ້ ຫຼັງຈາກຄັດໄດ້ໝົດທົ່ວທຸກພາກ.

ສ່ວນ ພາກໃຕ້ ກຽມຕົວຈະມີການຄັດເລືອກຢູ່ແຂວງຈຳປາສັກ ໃນລະຫວ່າງວັນທີ 18-19 ມັງກອນ 2020 ເຊິ່ງການຄັດເລືອກຈະໄດ້ຈັດຂຶ້ນ 2 ມື້ຄື: ວັນເສົາ 18 ມັງກອນ 2020 ເວລາ 14:00 – 17:00 ໂມງ ແລະ ວັນອາທິດ 19 ມັງກອນ 2020 ເວລາ 09:00 – 11:00 ໂມງ ແລະ ເວລາ 14:00 – 17:00 ໂມງ.

( ຄໍາສອນ; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ )