ຣີລ ມາດຣີດ ດວນຈຸດໂທດດັບຝັນ ແອັດເລຕິໂກ ຄວ້າແຊັມ ສະເປນ ຊູເປີ ຄັບ ສະໄໝທີ 11

128
Real Madrid's Sergio Ramos holds up the trophy, at the end of the Spanish Super Cup Final soccer match between Real Madrid and Atletico Madrid at King Abdullah stadium in Jiddah, Saudi Arabia, Monday, Jan. 13, 2020. (AP Photo/Hassan Ammar)

ຣີລ ມາດຣິດ ເຫຼືອຜູ້ຫຼິ້ນ 10 ຄົນ ດວນຈຸດໂທດເອົາຊະນະ ແອັດເລຕິໂກ ມາດຣິດ 3-1 ຄວ້າແຊັມໃນການແຂ່ງຂັນບານເຕະ ສະເປນ ຊູເປີ ຄັບ 2019-2020 ຮອບຊີງຊະນະເລີດ ລະດູການນີ້ຈັດຂຶ້ນທີ່ນະຄອນຫຼວງເຈດດາ ປະເທດອາຣັບບີ ຊາອຸດິດ ເມື່ອວັນທີ 12 ມັງກອນ 2020.

ນັດດັ່ງກ່າວ ບໍ່ມີປະຕູເກີດຂຶ້ນໃນເວລາປົກກະຕິ 90 ນາທີ ເຮັດໃຫ້ຕ້ອງຕໍ່ເວລາພິເສດອອກໄປ 30 ນາທີ ຈົນມາຮອດນາທີໆ 116 ເຟເດຣິໂກ ບັລເບເດ ຖືກໄລ່ອອກຈາກສະໜາມ ເຮັດໃຫ້ ຣີລ ມາດຣິດ ເຫຼືອນັກເຕະ 10 ຄົນ, ແຕ່ແອັດເລຕິໂກ ມາດຣິດ ກໍບໍ່ສາມາດຍິງປະຕູໄດ້ຄົບ 120 ນາທີຍັງສະເໝີກັນ 0-0.

ສຸດທ້າຍຕ້ອງມາຕັດສິນກັນດ້ວຍການດວນຈຸດໂທດເປັນ ຣີລ ມາດຣິດ ທີ່ຍິງເຂົ້າໄປ 4 ຄົນບໍ່ພາດ, ສ່ວນ ແອັດເລຕິໂກ ມາດຣິດ ຍິງ 3 ຄົນພາດໄປເຖິງ 3 ຄົນ ເຮັດໃຫ້ ຣີລ ມາດຣິດ ເອົາຊະນະໄປ 4-1 ຄວ້າແຊັມໄປຄອງເປັນສະໄໝທີ 11 ຕໍ່ຈາກປີ 1988, 1989, 1990, 1993, 1997, 2001, 2003, 2008, 2012, 2017, 2019-2020.

(ຄໍາສອນ; ຮູບຈາກ: AP)