ສື່ຮຽນຮູ້ວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ການກໍ່ການຮ້າຍ

78

ເນື່ອງຈາກວຽກງານຕ້ານການຟອກເງິນ ແລະສະໜອງເງິນແກ່ການກໍ່ການຮ້າຍ ເປັນວຽກທີ່ສຳຄັນທີ່ທຸກຄົນຕ້ອງເອົາໃຈໃສ່ເປັນຫູເປັນຕາຊ່ວຍກັນ ໃນນັ້ນສື່ມວນຊົນຖືເປັນກະກອກສຽງສຳຄັນ ແລະສາມາດເຜີຍເຜີຍຂໍ້ມູນຂ່າວສານເປັນວົງກວ້າງທັນວ່ອງໄວທັນການ ດັ່ງນັ້ນ ໃນຕອນເຊົ້າວັນທີ 13 ມັງກອນ 2020 ທະຫານຄານແຫ່ງ ສປປ ລາວຈິ່ງໄດ້ຈັດຕັ້ງເຜີຍແຜ່ວຽກງານດັ່ງກ່າວຕໍ່ບັນດາສື່ມວນຊົນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ(ຖວທ) ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

ທ່ານ ພຸດທະໄຊ ສີວິໄລ ກ່າວວ່າ: ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ການສະນອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ແກ່ພາກສ່ວນກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ນັກຂ່າວສື່ມວນຊົນໃນນາມກະບອກສຽງຂອງສັງຄົມໃຫ້ມີຄວາມເຂົ້າໃຈກ່ອນທີ່ຈະເຮັດການເຜີຍແຜ່ໃຫ້ສັງຄົມກໍ່ຄືປະຊາຊົນ ໄດ້ມີຄວາມຮັບຮູ້ເຂົ້າໃຈວຽກງານດັ່ງກ່າວ.

ຂະນະດຽວກັນ ທ່ານ ສະຫວັນຄອນ ຣາຊມຸນຕີ ໃຫ້ຮູ້ວ່າ: ກອງປະຊຸມວຽກງານດັ່ງກ່າວນີ້ ຖືໄດ້ວ່າເປັນຄັ້ງທໍາອິດທີ່ຈັດໃຫ້ພາກສ່ວນສື່ມວນຊົນໄດ້ເຂົ້າໃຈເຖິງວຽກງານຕ້ານ ການສະກັດກັ້ນ ການຟອກງອກ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ເຊິ່ງໃນໄລຍະທີ່ຜ່ານມາ ວຽກງານນີ້ແມ່ນມີມາແຕ່ປີ 2007 ພາຍໃຕ້ການຊີ້ນໍາຂອງຄະນະກໍາມາທິການແຫ່ງຊາດ ແລະ ແມ່ນໜ້າວຽກໜຶ່ງທີ່ສໍາຄັນຕໍ່ຂົງເຂດເສດຖະກິດພາຍໃນປະເທດເຮົາ

ເນື່ອງຈາກຖ້າ ສປປ ລາວ ບໍ່ສາມາດຈັດຕັ້ງປະຕິບັດເງື່ອນໄຂມາດຖານ 40ຂໍ້ແນະນໍາຂອງສາກົນວາງອອກໄດ້ ກໍ່ຈະເຮັດໃຫ້ສາກົນຂຶ້ນບັນຊີເປັນສີເທົາ, ເທົາເຂັ້ມ ແລະ ບັນຊີດໍາຕາມລໍາດັບ ເຮັດໃຫ້ສົ່ງຜົນກະທົບຕໍ່ພາບພົດຊື່ສຽງຂອງປະເທດເຮົາ ເປັນຕົ້ນ ທາງດ້ານການເມືອງ ກໍ່ຈະຕົກເປັນປະເທດມີຄວາມສ່ຽງສູງໃນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ດ້ານເສດຖະກິດກໍ່ຖືກຈໍາກັດ ພ້ອມທັງການລົງທຶນຈາກຕ່າງປະເທດກໍ່ຫຼຸດລົງ.

ດັ່ງນັ້ນ, ເພື່ອລິເລີ່ມສ້າງຄວາມເຂົ້າໃຈຕໍ່ບັນຫາດັ່ງກ່າວໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ຈຶ່ງຈໍາເປັນຕ້ອງໄດ້ມີການເຜີຍແຜ່ໃຫ້ຂະແໜງການສື່ມວນຊົນທີ່ເປັນກະບອກສຽງສໍາຄັນຂອງພັກ ແລະ ລັດຖະບານເຂົ້າໃຈກ່ອນ ເພື່ອເປັນກໍາລັງແຮງໜຶ່ງຊ່ວຍຄະນະກໍາມະການລະດັບຊາດ ໃນການເຜີນຍແຜ່ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ໃຫ້ເກີດປະສິດທິຜົນສູງສຸດ.