ພະແນກກະສິກໍາ ແລະ ປ່າໄມ້ແຂວງອັດຕະປື ຊຸກຍູ້ການຜະລິດເຂົ້ານາແຊງເຂດໂຄງການນາເຊືອກ

142

ພະແນກກະສິກໍາ ແລະ ປ່າໄມ້ແຂວງອັດຕະປື ໄດ້ລົງຊຸກຍູ້ຊາວກະສິກອນທໍາການຜະລິດລະດູແລ້ງ ເຂດໂຄງການນາເຊືອກ ບ້ານຄໍາວົງສາ ເມືອງພູວົງ ເພື່ອສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການຜະລິດລະດູແລ້ງ ໃນເນື້ອທີ່ 50 ເຮັກຕາ ໃນອາທິດຜ່ານມາ.

ທ່ານ ຍົມມະລາ ສິດທິຮັກປັນຍາ ຮອງຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງອັດຕະປື ຜູ້ຊີ້ນຳການຜະລິດເຂດໂຄງການຊົນລະປະທານນາເຊືອກ ໄດ້ໃຫ້ສໍາພາດວ່າ: ເຂດໂຄງການຊົນລະປະທານນາເຊືອກ ແມ່ນຊົນລະປະທານທີ່ນໍາໃຊ້ລະບົບໄຟຟ້າແສງຕາເວັນ ແລະ ລະບົບຈັກສູບນໍ້າດ້ວຍໄຟຟ້າ, ໂຄງການດັ່ງກ່າວມີເນື້ອທີ່ການຜະລິດເຂົ້ານາແຊງທັງໝົດ 50 ເຮັກຕາ ເຊິ່ງຊາວກະສິກອນໄດ້ລົງມືທໍາການຜະລິດມາແຕ່ຕົ້ນເດືອນທັນວາປີຜ່ານມາ ແລະ ມາຮອດປັດຈຸບັນການປັກດຳໄດ້ສໍາເລັດໄປແລ້ວ 75% ຄາດວ່າການປັກດໍາຈະໃຫ້ສໍາເລັດໃນກາງເດືອນນີ້.

ທ່ານ ຍົມມະລາ ສິດທິຮັກປັນຍາ ຍັງໄດ້ກ່າວຕື່ມວ່າ: ປະຊາຊົນທີ່ນອນໃນເຂດໂຄງການຊົນລະປະທານນາເຊືອກ ບ້ານຄຳວົງສາ ເມືອງພູວົງ ທີ່ໄດ້ທໍາການຜະລິດເຂົ້ານາແຊງແລ້ວ ຍັງໄດ້ສຸມໃສ່ການປູກພືດລະດູແລ້ງອື່ນໆ ເປັນຕົ້ນ: ປູກໝາກໂມ, ໝາກແຕງ, ໝາກຖົ່ວ, ສາລີ ແລະ ຜັກກິນໃບອື່ນໆນໍາອີກ ເພື່ອສ້າງລາຍຮັບເຂົ້າຄອບຄົວ.