ເຈົ້າແຂວງໄຊຍະບູລີ ລົງຊຸກຍູ້ຂະບວນການຜະຜິດລະດູແລ້ງໃຫ້ບັນລຸແຜນ

106

ອາທິດຜ່ານມາ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍທີມງານຂອງແຂວງ ໄດ້ລົງຕິດຕາມ ແລະ ຊຸກຍູ້ຂະບວນການຜະລິດລະດູແລ້ງຂອງປະຊາຊົນເຂດ 4 ເມືອງເໜືອຂອງແຂວງໄຊຍະບູລີ, ໃຫ້ການຕ້ອນຮັບໂດຍທ່ານເຈົ້າເມືອງແຕ່ລະເມືອງ, ພ້ອມດ້ວຍການນໍາຂອງເມືອງໃຫ້ການຕ້ອນຮັບ.

ເປັນພຽງພາບປະກອບຂ່າວ

ໂອກາດດັ່ງກ່າວທ່ານໄດ້ຮັບຟັງບົດລາຍງານຂະບວນການຜະລິດລະດູແລ້ງຂອງປະຊາຊົນໃນແຕ່ລະເມືອງ ຄື: ເມືອງຄອບ ແຜນປູກເຂົ້ານາແຊງ 150 ເຮັກຕາ ປັດຈຸບັນປັກດຳສຳເລັດ 50%, ສາລີແຂງ 200 ເຮັກຕາ, ປູກສຳເລັດ 80%, ໝາກຖົ່ວດິນ 200 ເຮັກຕາ ປູກສຳເລັດ 80%, ໝາກໂມຂອງ ບໍລິສັດ ນ້ຳເຜິ້ງພັດທະນາກະສິກຳ ປູກສຳເລັດ 121,32 ເຮັກຕາ; ເມືອງຊຽງຮ່ອນ ແຜນປູກເຂົ້ານາແຊງ 850 ເຮັກຕາ ປັກດໍາແລ້ວ 250,5 ເຮັກຕາ, ພືດເສດຖະກິດ 500 ເຮັກຕາ ປະຕິບັດໄດ້ 311,74 ເຮັກຕາ; ເມືອງເງິນ ປູກເຂົ້ານາແຊງໃນເນື້ອທີ່ 19,69 ເຮັກຕາ ປັດຈຸບັນປັກດໍາສໍາເລັດແລ້ວ 100%, ແຜນການປູກພືດອຸດສາຫະກໍາເປັນສິນຄ້າ 265 ເຮັກຕາ.

ເປັນພຽງພາບປະກອບຂ່າວ

ປັດຈຸບັນສາມາດປູກໄດ້ 57,53 ເຮັກຕາ, ພືດສະບຽງອາຫານແຜນການ 412 ເຮັກຕາ ປູກໄດ້ 404,1 ເຮັກຕາ; ເມືອງຫົງສາ ນາແຊງ ແຜນການ 25 ເຮັກຕາ ປະຕິບັດໄດ້ 13,65 ເຮັກຕາ, ຜັກບົ່ວແຜນການ 100 ເຮັກຕາ ປະຕິບັດໄດ້ 68 ເຮັກຕາ, ຜັກທຽມ 150 ເຮັກຕາ ປະຕິບັດໄດ້ 99 ເຮັກຕາ, ສາລີຫວານ 60 ເຮັກຕາ ປະຕິບັດໄດ້ 48 ເຮັກຕາ, ໝາກເຜັດ – ໝາກເຂືອ 55 ເຮັກຕາ ປະຕິບັດໄດ້ 55 ເຮັກຕາ, ໝາກແຕງ 25 ເຮັກຕາ ປະຕິບັດໄດ້ 25 ເຮັກຕາ, ໝາກໂມ 220 ເຮັກຕາ ປະຕິບັດໄດ້ 165,08 ເຮັກຕາ. ໃນນີ້, ຂອງບໍລິສັດ ເອເຊຍກະເສດອິນຊີ 65,67 ເຮັກຕາ, ບໍລິສັດ ນໍ້າເຜິ້ງ 95,27 ເຮັກຕາ ແລະ ປະຊາຊົນທົ່ວໄປ 4,14 ເຮັກຕາ.

ເປັນພຽງພາບປະກອບຂ່າວ

ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ຊີ້ນໍາໃຫ້ການນໍາແຕ່ລະເມືອງຈົ່ງສືບຕໍ່ສຸມໃສ່ນໍາພາປະຊາຊົນໃນການຜະລິດລະດູແລ້ງໃຫ້ໄດ້ຕາມແຜນການ ເປັນຕົ້ນແມ່ນ: ການປູກເຂົ້ານາແຊງ, ການປູກພືດສະບຽງອາຫານ ແລະ ພືດອຸດສາຫະກໍາເປັນສິນຄ້າເພື່ອສົ່ງອອກ ເພື່ອໃຫ້ປະຊາຊົນມີລາຍຮັບທີ່ໝັ້ນທ່ຽງ ແລະ ສົ່ງເສີມນັກລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນດ້ານການປູກ – ການລ້ຽງຢູ່ພາຍໃນເມືອງຂອງຕົນໃຫ້ຫຼາຍ ພ້ອມທັງເຝົ້າລະວັງການລະບາດຂອງພະຍາດສັດຕາມລະດູການ, ຕ້ອງມີການສັກຢາວັກຊີນເພື່ອປ້ອງກັນ, ເຝົ້າລະວັງການລະບາດຂອງສັດຕູພືດ, ຈັດຕັ້ງກັນເພື່ອປ້ອງກັນໄຟໄໝ້ລາມປ່າ ແລະ ພິເສດແຕ່ລະເມືອງຕ້ອງກະກຽມຄວາມພ້ອມດ້ານຕ່າງໆເພື່ອຮອງຮັບນັກທ່ອງທ່ຽວ.