ວິທີເຮັດພຸດດິ້ງໝາກພ້າວອ່ອນ ໄວ້ຮັບປະທານເອງແບບງ່າຍໆ

114

ໝາກພ້າວອ່ອນບໍ່ແມ່ນໝາກໄມ້ທີ່ກິນໄດ້ເລື້ອຍໆຈຶ່ງມັກບໍ່ສົນໃຈເຖິງປະໂຫຍດ ເພາະໃນໝາກພ້າວອ່ອນອຸດົມໄປດ້ວຍສານອາຫານທີ່ຈຳເປັນຕໍ່ຮ່າງກາຍ ແລະ ມີປະໂຫຍດກັບທຸກເພດທຸກໄວ. ມື້ນີ້ເຮົາຈະເອົາໝາກພ້າວອ່ອນມາເຮັດເປັນຂອງຫວານ ແລະ ໄດ້ກິ່ນຫອມອ່ອນໆຈາກນ້ຳໝາກພ້າວສົດ.

ສ່ວນປະສົມ: ນ້ຳໝາກພ້າວຫອມ 350 ມິນລິລິດ; ນວນໝາກພ້າວອ່ອນ 200 ກຣາມ; ນ້ຳສະອາດ 250 ມິນລິລິດ; ນົມສົດ 250 ມິນລິລິດ; ຜົງວຸ້ນ 2 ບ່ວງກາເຟ ແລະ ນ້ຳຕານ 4 ບ່ວງແກງ.

ວິທີປຸງແຕ່ງ: ເລີ່ມຈາກເອົານ້ຳຕານປະສົມກັບຜົງວຸ້ນກຽມໄວ້ແລ້ວເອົານ້ຳສະອາດໃສ່ໝໍ້ພ້ອມກັບນ້ຳໝາກພ້າວຄ້າງໄຟປານກາງ ຖ້າໝໍ້ຟົດໃຫ້ປັບເປັນໄຟອ່ອນຈຶ່ງໃສ່ນ້ຳຕານທີ່ປະສົມກັບຜົງວຸ້ນລົງຄົນເລື້ອຍຈົນລະລາຍດີ ແລະ ສຸດທ້າຍຈຶ່ງໃສ່ນວນໝາກພ້າວແລ້ວປິດໄຟ.

ຈາກນັ້ນ, ນຳໝໍ້ອອກມາຈາກເຕົາປະໄວ້ໃຫ້ອຸ່ນຈຶ່ງຖອກນົມສົດລົງຄົນໃຫ້ເຂົ້າກັນ ຈາກນັ້ນ, ຕັກໃສ່ຈອກ ຫຼື ແມ່ພິມຕາມໃຈມັກແລ້ວແຊ່ໄວ້ຕູ້ເຢັນປະມານ 30-60 ນາທີ ຫຼື ຈົນມັນແຂງໂຕຈຶ່ງນໍາມາຈັດໃສ່ຈານ ຫຼື ກິນໃນຈອກເລີຍກໍ່ໄດ້.