ຕຳກ້ວຍທະນີ ມີສັບພະຄຸນທາງຢາແກ້ອາການຫອບຫືດ

257

ໝາກກ້ວຍທະນີແມ່ນມີສັບພະຄຸນທາງຢາທີ່ຊ່ວຍແກ້ອາການຖອກທ້ອງ, ແກ້ເຈັບກະເພາະ, ຊ່ວຍຫຼຸດຜ່ອນຄວາມດັນເລືອດ, ແກ້ອາການຮ້ອນໃນ, ແກ້ຫອບຫືດ, ຊ່ວຍປ້ອງກັນພະຍາດເບົາຫວານ ແລະ ຫົວໃຈນຳ. ນອກຈາກນີ້, ຍັງສາມາດເອົາໃບແຫ້ງມັນມາຕົ້ມນ້ຳອາບເພື່ອຊ່ວຍແກ້ອາການພູມແພ້ທາງຜິວໜັງໄດ້ນຳເປັນຕົ້ນແມ່ນຕຸ່ມຜືນຄັນ ແລະ ຍັງສາມາດນຳເອົາມາປະດິດເປັນເຄື່ອງໃຊ້ຊອຍໄດ້ອີກດ້ວຍ.

ສ່ວນປະກອບ: ໝາກກ້ວຍທະນີ 4 ໜ່ວຍ; ນ້ຳໝາກນາວ 1 ບ່ວງແກງ; ນ້ຳຕານ 2 ບ່ວງແກງ; ໝາກເຂືອຂື່ນ 5 ໜ່ວຍ; ນ້ຳປາແດກສຸກ 2 ບ່ວງແກງ; ໝາກນາວ 1 ໜ່ວຍ; ໝາກເຜັດ 5 ໜ່ວຍ ແລະ ກະທຽມ 2 ກີບ.

ວິທີປຸງແຕ່ງ: ເລີ່ມຕົ້ນແມ່ນໃຫ້ເອົາໝາກເຂືອ ແລະ ໜາກນາວມາຊອຍເປັນເສັ້ນບາງໆໃສ່ຖ້ວຍກຽມໄວ້ (ສຳລັບໝາກເຂືອຖ້າມັນແກ່ກໍ່ໃຫ້ແກະເອົາແກ່ນອອກ ແລະ ຈຶ່ງຊອຍ). ຈາກນັ້ນ, ກໍ່ເອົາໝາກເຜັດ, ນ້ຳຕານ, ກະທຽມໃສ່ຄົກຕຳໃຫ້ລະອຽດ ແລະ ຈຶ່ງເອົາໝາກກ້ວຍມາຝັກເປັນເສັ້ນລົງໄປພ້ອມກັບ ໝາກເຂືອ. ຕຳຕໍ່ໄປຈົນມັນເຂົ້າກັນແລ້ວຈຶ່ງເອົາໝາກນາວທີ່ຊອຍລົງ ແລ້ວປຸງລົດດ້ວຍນ້ຳປາແດກ ແລະ ນ້ຳໝາກນາວລົງໄປຕຳຈົນໃຫ້ເຂົ້າກັນດີຊີມລົດຊາດຕາມໃຈມັກ (ລະວັງມັນອາດຈະຈີດຂຶ້ນດັງ) ຕັກໃສ່ຈານພ້ອມເສີບ.

ຂໍ້ແນະນຳ: ເມື່ອມີອາການຄັນຄໍທີ່ອາດຈະເຮັດໃຫ້ໄອ ຫຼື ຈາມ ໃນຂະນະທີ່ກຳລັງກິນຕຳໝາກກ້ວຍແມ່ນເກີດມາຈາກສານ (Calcium oxalate) ເຊິ່ງເປັນສານປະກອບຊະນິດໜຶ່ງທີ່ມີຢູ່ໃນເນື້ອເຍື່ອຂອງພືດ ແລະ ຈະມີຫຼາຍໃນໝາກກ້ວຍດິບ. ວິທີແກ້ງ່າຍໆກໍ່ຄືໃຫ້ເຕີມກົດທີ່ມີປະສິດທິພາບໃນການປ່ຽນແປງສະພາບໃຫ້ເປັນສານອື່ນ ຫຼື ໃຫ້ມີລົດຝາດທີ່ໜ້ອຍລົງນັ້ນເອງເປັນຕົ້ນແມ່ນໜາກນາວ. ດັ່ງນັ້ນ, ຖ້າຕຳໝາກກ້ວຍແລ້ວບໍ່ມີໝາກນາວກໍ່ຈະບໍ່ແຊບ ແລະ ລົດຊາດກໍ່ຈະບໍ່ມີການປ່ຽນແປງ.