ງົດງາມຕາມແບບສະບັບ! ບຸນກິນຈຽງເຜົ່າອາຄາ

76

ຂ່າວສານຫຼວງພະບາງລາຍງານໃຫ້ຮູ້ວ່າ: ຕອນເຊົ້າ ວັນທີ 6 ມັງກອນ 2020 ຢູ່ທີ່ບ້ານພູຫວານ ເມືອງຫຼວງນໍ້າທາ ໄດ້ຈັດງານບຸນກິນຈຽງຕາມຮິດຄອງປະເພນີຂອງເຜົ່າອາຄາປະຈໍາປີ 2020 ໂດຍການເຂົ້າຮ່ວມຂອງທ່ານ ຫຼ້າປະເສີດ ສີປະເສີດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫຼວງນໍ້າທາ, ມີຄະນະພັກຮາກຖານກຸ່ມຈະເລີນສຸກ,ອົງການຈັດຕັ້ງບ້ານພູຫວານ,ແຂກຖືກເຊີນ ແລະ ປະຊາຊົນບ້ານພູຫວານເຂົ້າຮ່ວມ.

ບ້ານພູຫວານ ເມືອງຫຼວງນໍ້າທາ ເປັນບ້ານຊົນເຜົ່າອາຄາ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງເມືອງຫຼວງນໍ້າທາ ຂື້ນກັບກຸ່ມຈະເລີນສຸກ ຫ່າງຈາກເທດສະບານເມືອງ ປະມານ 26 ກິໂລແມັດ ອາຊີບຂອງປະຊາຊົນແມ່ນ ປູກຢາງພາລາ, ການຜະລິດກະສິກໍາ, ລ້ຽງສັດ ແລະ ເຄື່ອງປ່າຂອງດົງ, ທັງນີ້ ໃນທົ່ວບ້ານ ມີເນື້ອທີ່ປູກຢາງພາລາ 56 ເຮັກຕາ, ເນື້ອທີ່ສວນໜາກແໜ່ງ 10 ເຮັກຕາ, ເນື້ອທີ່ປູກເຂົ້າເນີນສູງ 150 ເຮັກຕາ, ມີຄວາຍ 250 ໂຕ, ງົວ 40 ໂຕ, ແບ້ 150 ໂຕ, ໝູ 110 ໂຕ ແລະ ສັດປີກ 300 ກວ່າໂຕ ສາມາດສ້າງລາຍຮັບເຂົ້າບ້ານຈາກການຂາຍສັດລ້ຽງ 150 ລ້ານກີບ, ເຄື່ອງປ່າຂອງດົງ 200 ລ້ານກວ່າກີບ, ຂາຍເຂົ້າ 250 ລ້ານກວ່າກີບ ແລະ ລາຍຮັບອື່ນໆ 950 ລ້ານກວ່າກີບ ສະເລ່ຍລາຍຮັບຕໍ່ຫົວຄົນ 15 ລ້ານກີບ/ຄົນ/ປີ.

ເຜົ່າອາຄາເປັນ 1 ໃນ 50 ຊົນເຜົ່າທີ່ນອນຢູ່ໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໝວດພາສາຈີນ-ຕີເບດ, ມີພາສາປາກເວົ້າສະເພາະ, ບໍ່ມີຕົວໜັງສືຂຽນ, ເຊື່ອຖືສາສະໜາຜີ, ການນຸ່ງຖືມີເອກະລັກສະເພາະທີ່ປະດັບປະດາຢ່າງງົດງາມ.

ສໍາລັບງານບຸນກິນຈຽງຂອງເຜົ່າອາຄາບ້ານພູຫວານປີນີ້ ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງຜົນງານການຜະລິດໃນຮອບ 1ປີຜ່ານມາ ທັງເປັນການຟື້ນຟູເຜີຍແຜ່ຮີດຄອງປະເພນີອັນດີງາມຂອງເຜົ່າ ພ້ອມທັງເປັນການສົມມາຄະລາວະຕໍ່ຜູ້ອາວຸໂສ, ຜູ້ເປັນພໍ່ແມ່ ແລະ ຜູ້ນໍາໃນຕະກຸນເຈົ້າກົກເຈົ້າເຫຼົ່າ, ພ້ອມນີ້ຍັງເປັນການເຕົ້າໂຮມຍາດຕິພີ່ນ້ອງທັງຢູ່ໃກ້, ໄກມາພົບປະຢ້ຽມຢາມ ສ້າງຄວາມສາມັກຄີເຊິ່ງກັນ ແລະກັນ, ນອກຈາກນີ້ໃນງານບູນຍັງມີການສະແດງສີລະປະວັນນະຄະດີຂອງເຜົ່າຢ່າງມີບັນຍາກາດຟົດຟື້ນມ່ວນຊື່ນ