ໂຈໂຈ້ ມິຣາໂຄ້ ໄດ້ຮັບລາງວັນບຸກຄົນຕົ້ນແບບປະເພດສິລະປິນນັກຮ້ອງດີເດັ່ນ

140

ມາສ່ອງໜຸ່ມ ໂຈໂຈ້ ມິຣາໂຄ ກັນແນ່ ໜຶ່ງສິນລະປິນນັກຮ້ອງລາວທີ່ມີຄວາມສາມາດຫຼາກຫຼາຍ, ເປັນທັງນັກທຸລະກິດ, ນັກເວົ້າສ້າງແຮງບັນດານໃຈ, ຜູ້ກໍາກັບ…

ທີ່ຫຼ້າສຸດມື້ວານນີ້ ໜຸ່ມໂຈໂຈ້ ກໍໄດ້ໂພສຜ່ານເຟດບຸກສ່ວນໂຕ ຕົນເອງເຖິງລາງວັນ ບຸກຄົນຕົ້ນແບບປະເພດສິລະປິນນັກຮ້ອງດີເດັ່ນ ທີ່ງານສະເດັດປະທານລາງວັນນາໆຊາດ Maha naga Awards 2019 ປະເທດໄທ ວ່າ:

“ອີກຫນຶ່ງຄວາມພູມໃຈ ວັນທີ 23 ພະຈິກ 2019 ທີ່ຜ່ານມາໂຈໂຈ້ໄດ້ມີໂອກາດໄປຮັບລາງວັນ ແລະ ໃບປະກາດກຽດຕິຄຸນ ໃນງານ “ສະເດັດປະທານລາງວັນກຽດຕິຄຸນນານາຊາດ” ອັນຊົງກຽດນີ້ ທີ່ປະເທດໄທ ໃນຖານະນັກຮ້ອງລາວຄົນຫນຶ່ງ ທີ່ເພີ່ນໄດ້ເລືອກໂຈໂຈ້ເປັນຫນຶ່ງຄົນໃນວົງການບັນເທິງເພງລາວ ເປັນຕົ້ນແບບຂອງສິນລະປິນນັກຮ້ອງດີເດັ່ນ ເຊິ່ງງານນີ້ເອງເພີ່ນກໍ່ໄດ້ລວມເອົາສິນລະປິນຫລາຍໆປະເທດເຂົ້າຮ່ວມ ແລະ ຫນຶ່ງໃນນັ້ນກໍ່ແມ່ນປະເທດລາວ ໂຈໂຈ້ກໍ່ຖືໂອກາດນີ້ຂອບໃຈສຳລັບລາງວັນ ແລະ ຂອບໃຈງານນີ້ທີ່ໃຫ້ໂອກາດໂຈໂຈ້ໄດ້ຮັບລາງວັນອັນຊົງກຽດນີ້, ແລະ ຂອບໃຈທຸກຄົນທີ່ຕິດຕາມໃນຜົນງານຂອງໂຈໂຈ້ ຕໍ່ໄປຫວັງວ່າໂຈໂຈ້ກໍ່ຈະຜະລິດຜົນງານຕ່າງໆໃຫ້ທຸກຄົນໄດ້ເບິ່ງເລື້ອຍໆ ແລະ ມີຜົນງານທີ່ມີຄຸນະພາບໃຫ້ທຸກຄົນໄດ້ຕິດຕາມເຕັມທີ່”

ນັບວ່າເປັນອີກໜຶ່ງໜຸ່ມທີ່ໄດ້ເຄື່ອນໄຫວ ຫຼື ວ່າມີງານເຂົ້າມາແບບບໍ່ຂາດສາຍ ແລະ ກໍມີຜົນງານເພງອອກມາໃຫ້ໄດ້ຊົມ ແລະ ຮັບຟັງຢູ່ເລື້ອຍໆກັບເພງຫຼ້າສຸດ ເພງ : ປ່ອຍ ທີ່ໄດ້ ເນັດໄອດໍ້ ຢ່າງສາວ ຈິຈີ່ ແລະ ໜຸ່ມ ແມັກ ເນັດໄອດໍ້ ທັງເປັນນັກສະແດງຂວັນໃຈໄວລຸ້ນມາສະແດງມິວສິກວິດີໂອເພງໃຫ້…

ແນ່ນອນວ່າ ໂຈໂຈ້ ມິຣາໂຄ ຈະມີຜົນງານດີໆອອກມາໃຫ້ເຮົາໄດ້ຕິດຕາມກັນຢູ່ຕະຫຼອດໆ ຖ້າຕິດຕາມຜົນງານຂອງ ໜຸ່ມ ໂຈໂຈ້ໄດ້.