5 ສິ່ງທີ່ຊ່າງແປງລົດບໍ່ເຄີຍບອກ ແຕ່ຄົນຂັບລົດເກຍອໍໂຕ້ຄວນຮູ້ໄວ້

164

ການຂັບລົດໃຫຍ່ເກຍອໍໂຕນັ້ນງ່າຍກວ່າເກຍທໍາມະດາ ເພາະບໍ່ຈໍາເປັນຕ້ອງຖອຍ ຫຼື ຍົກ ເກຍໃຫ້ເມື່ອຍເລີຍແຕ່ວ່າ ເຖິງຈະເປັນເກຍທີ່ຂັບງ່າຍ ແຕ່ຖ້າບໍ່ລະວັງລົດກໍເສື່ອມສະພາບໄວ ຫຼາຍໆຢ່າງຜູ້ຂັບຂີ່ກໍຄວນປັບພຶດຕິກໍາການຂັບລົດໃຫ້ເໝາະສົມເພື່ອຄວາມປອດໄພຂອງຄົນ ແລະ ເພື່ອການໃຊ້ງານດົນໆຂອງຕົວເອງນໍາ ມື້ນີ້ແອັດມິນມີ 5 ສິ່ງທີ່ຄົນຂັບລົດເກຍອໍໂຕ້ຄວນຮູ້ຄື

1 ເວລາລົດຕິດຢູ່ໄຟແດງ ຢ່າໃຊ້ເກຍ P ເພາະເກຍ P ເອົາໄວ້ໃຊ້ເວລາຈອດ ຫຼື ມອດລົດເທົ່ານັ້ນ. ບາງຄົນເວລາຈອດລົດຖ້າໄຟແດງ ມັນໃຊ້ເກຍ P ເພາະລຶ້ງ ແລະ ສະດວກ ແຕ່ວ່າຫາກມີຫຍັງມາຕໍາລົດເຮົາເກຍມັນຈະລ໊ອກໄວ້ດ້ວຍເກຍ P ເຊິ່ງຈະເຮັດໃຫ້ລະບົບເກຍພັງ ແນະນໍາໃຫ້ໃຊ້ເກຍ N ຫຼື D ຈະດີກວ່າ.

2 ຈອດທາງຊັນກໍຫ້າມໃຊ້ເກຍ P ທັນທີ ເວລາອອກໂຕຈະເຮັດໃຫ້ລົດກະຕຸກ ເພາະລົດຊັນ ການໃສ່ເກຍ P ຈະເຮັດໃຫ້ລົດ ແລະ ຊຸດເກຍເຮັດວຽກໜັກເກີນໄປ ເຮັດໃຫ້ລົດເສື່ອມໄດ້ໄວ ຫາກຈະດີໃຫ້ຄ່ອຍໆເລື່ອນໄປເກຍ N ກ່ອນ ຈາກນັ້ນໃສ່ເບຣກມື ແລ້ວຈາກນັ້ນໃຫ້ລ໊ອກຄົບ 4 ຈາກນັ້ນຈັ່ງຄ່ອຍໆເລືອ່ນໄປທີ່ເກຍ P ຍໍ້າວ່າຫ້າມເລື່ອນໄປເກຍ P ແບບທັນທີ.

3 ຫາກຕ້ອງລາກລົດ ຢ່າລືມເບິ່ງລະບົບຂັບເຄື່ອນນໍາວ່າຕີນໃດ ເວລາທີ່ລົດເພແລ້ວຈະຕ້ອງລາກລົດ ເຮົາຕ້ອງເບິ່ງກ່ອນວ່າລະບົບຂັບເຄື່ອນ ເພາະບາງລຸ້ນຈະຂັບເຄື່ອນຕີນໜ້າ ບາງຄັນກໍຕີນຫຼັງ ລົດທີ່ຂັບເຄື່ອນດ້ວຍຕີນໃດກໍໃຫ້ຍົກຕີນນັ້ນຂຶ້ນມາ ຖ້າລາກຜິດຕີນມັນກໍຈະຟືດ ແຖມຍັງເຮັດໃຫ້ລະບົບຂັບເຄື່ອນພັງອີກ ລະບົບຟັນເຟືອງຫຍັງຕ່າງໆພັງໄປໝົດຖ້າຍົກຕີນຜິດດ້ານ.

4 ເວລາອອກໂຕຢ່າເລັ່ງເຄື່ອງເດັດຂາດ ເພາະວ່າມັນຈະເຮັດໃຫ້ຊຸດເກຍເຊື່ອມ, ເພໄວ ໃຜທີ່ມັກເລັ່ງເຄື່ອງລົດຕ້ອງລະວັງໄວ ເພາະຈະເສຍຄ່າໃຊ້ຈ່າຍຫຼາຍ ແລະ ຍັງເປືອງນໍ້າອີກດ້ວຍ.

5 ເວລາທີ່ເຮົາເລັ່ງແຊງລົດຄັນອື່ນ ຢ່າກົດຄັນເລັ່ງຈົນຈໍາ ການເລັ່ງຄັນເລັ່ງເວລາແຊງມັນເຮັດໃຫ້ໄວກໍຈິງ ແຕ່ຖ້າບໍ່ຈໍາເປັນກໍ່ຢ່າເຮັດຈົນລຶ້ງ ເວລາຈະແຊງຄວນຫາຈັງຫວະລົດທີ່ໂລງໆ ແລ້ວ ຄ່ອຍໆບິດຄັນເລັງແຊງດີກວ່າ ແຖມຍັງປອດໄພອີກ.

ຖ້າຢາກຈະໃຫ້ລົດບໍ່ເສື່ອມສະພາບໄວ ແລະ ມີອາຍຸການໃຊ້ງານໄດ້ດົນຂຶ້ນຕ້ອງໃຊ້ໃຫ້ຖືກວິທີ ນອກຈາກລົດຈະປອດໄພແລ້ວທັງຄົນຂັບ ແລະ ຄົນນັ່ງຍັງປອດໄພອີກດ້ວຍ.

ຈາກ: naykhaotom