ສິ່ງທີ່ຄວນຮູ້!! ຜົນເສຍສຳລັບຄົນທີມັກສະຜົມຕອນກາງຄືນ

179

ສຳລັບຄົນທີ່ມັກສະຜົມຕອນກາງຄືນແລ້ວນອນເລີຍໂດຍບໍ່ຖ້າໃຫ້ຜົມແຫ້ງກ່ອນ ລະວັງໄວ້ໃຫ້ດີ ເພາະວ່າເມື່ອເຮົານອນຫຼັບອາດຈະເກີດຜົນເສຍບາງຢ່າງກັບໜັງຫົວຢ່າງທີ່ຄາດບໍ່ເຖິງ ແລະ ຜົນທີ່ຕາມມາຫຼັງຈາກນອນໂດຍຫົວປຽກນັ້ນ ເຮົາມາເບີ່ງນຳກັນວ່າມີຫຍັງແດ່?

1 ເຮັດໃຫ້ເກີດຜົມຫງອກ (ຫຼືຜົມຂາວ) ເພາະເມັດສີໆດຳຂອງຜົມເຮົາຈະຖືກຂັບອອກມາໃນເວລາກາງຄືນ ແຕ່ຖ້າຫາກຜົມບໍ່ແຫ້ງ ການຂັບເມັດສີໆດຳຂອງຜົມກໍ່ຈະຂັບອອກມາໄດ້ຢາກຂຶ້ນ ເຮັດໃຫ້ຜົມຫງອກໄວກວ່າປົກກະຕິ.

2 ມີອາການເຈັບຫົວ ຫຼາຍຄົນຕືື່ນມາຕອນເຊົ້າແລ້ວເຈັບຫົວ ເພາະຄວາມປຽກຊຸມໜັງຫົວຈະລະເຫີຍອອກມາ ເຮັດໃຫ້ເກີດການໃຊ້ພະລັງງານໃນສະໝອງ ເວລາຕື່ນມາຈຶ່ງເຮັດໃຫ້ເຈັບຫົວ.

3 ມັກເປັນຫວັດເປັນໄອ ຄວາມເຢັນຈາກໜັງຫົວທີ່ບໍ່ແຫ້ງຈະເຮັດໃຫ້ເສັ້ນເລືອດຫົດ ແລະ ເຮັດໃຫ້ພູມຕ້ານທານຫຼຸດນ້ອຍລົງ ໂດຍເຊື້ອໂລກຈະແພ່ເຂົ້າສູ່ລະບົບທາງເດີນຫຫາຍໃຈໄດ້ງ່າຍ ເຮັດໃຫ້ຮ່າງກາຍຂອງເຮົາເຈັບປ່ວຍໄດ້ງ່າຍ.

4 ກະທົບຕໍ່ຊົງຜົມ ເພາະຕອນນອນເຮົານອນທັບຜົມທີ່ປຽກຊຸມເມື່ອຕື່ນມາຈະເຮັດໃຫ້ຜົມເສຍຊົງ ຈຶ່ງຕ້ອງເສຍເວລາຈັດຊົງ ຕ້ອງໄດຜົມໃນຕອນເຊົ້າ ແລະ ຫາກໄດຜົມທຸກວັນກໍຈະເຫັນໃຫ້ຜົມເສຍອີກ.

5 ສະສົມເຊື້ອໂລກໃນໝອນ ນ້ຳຈາກຜົມປຽກຈະຊືມລົງໄປໃນໝອນ ຫາກບໍ່ນຳໄປຊັກ ຫຼື ປ່ຽນທັນທີຈະເກີດການສະສົມຂອງເຊື້ອລາ ເປັນອັນຕະລາຍຕໍ່ສຸຂະພາບ ແລະ ຈະເຮັດໃຫ້ໝອນຂາວໆກາຍເປັນສີເຫຼືອງໄດ້.

ທາງທີ່ດີທີ່ສຸດເພື່ອປ້ອງກັນການເກີດສິ່ງເຫຼົ່ານີ້ ຄື ຕ້ອງຖ້າໃຫ້ຜົມແຫ້ງດີກ່ອນ ແລ້ວຈຶ່ງນອນ ເຊັ່ນ: ເຊັດ ຫຼື ເປົ່າໃຫ້ແຫ້ງ ແລະ ສິ່ງສຳຄັນຍ່າລືມຮັກສາຄວາມສະອາດໝອນເລື່ອຍໆ ເຊັ່ນ: ເອົາໝອນໄປຊັກໃຫ້ສະອາດ, ຕາກແດດໃຫ້ແຫ້ງດີ ເພາະໝອນເປັນສິ່ງທີ່ສຳຜັດກັບເສັ້ນຜົມ ແລະ ທາງເດີນຫາຍໃຈເປັນເວລາດົນ ຖ້າໝອນເປື້ອນກໍ່ຈະສົ່ງຜົນເສຍຕໍ່ຮ່າງກາຍເຮົາໄດ້.

(ຂໍ້ມູນຈາກ: thaijobsgov)