ຫຼວງພະບາງ ແຈ້ງປັບປຸງຄ່າບໍາລຸງຮັກສາໝໍ້ນັບໄຟ

118

ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ໄດ້ອອກແຈ້ງການ ການປັບປຸງຄ່າບໍາລຸງຮັກສາໝໍ້ນັບໄຟ ເພື່ອຄວາມເປັນທໍາລະຫວ່າງຜູ້ຊົມໃຊ້ ແລະ ລັດວິສາຫະກິດໄຟຟ້າລາວ ເລີ່ມປະຕິບັດນັບແຕ່ເດືອນມັງກອນ 2020 ເປັນຕົ້ນໄປ.

ລັດວິສາຫະກິດໄຟຟ້າລາວ ແຂວງຫຼວງພະບາງ ອອກແຈ້ງການສະບັບເລກທີ 46/ຟຟລ.ຫຼບ, ລົງວັນທີ 6 ມັງກອນ 2020 ກ່ຽວກັບການປັບປຸງຄ່າບໍາລຸງຮັກສາໝໍ້ນັບໄຟ ເຖິງຜູ້ຊົມໃຊ້ໄຟຟ້າໃນທົ່ວແຂວງຫຼວງພະບາງ. ໂດຍແຈ້ງປັບປຸງລາຄາຄ່າບໍາລຸງຮັກສາໝໍ້ນັບໄຟ ແລະ ອຸປະກອນ CT.PT ເລີ່ມແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ ເພື່ອເຮັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ເຮັດໃຫ້ລູກຄ້າ ແລະ ໄຟຟ້າລາວ ຕ່າງມີຄວາມເປັນທໍາ ຮັກສາສິດຜົນປະໂຫຍດ ຂອງຜູ້ຊົມໃຊ້ ແລະ ໄຟຟ້າລາວ.

ດັ່ງນັ້ນ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ຈຶ່ງແຈ້ງການມາຍັງຜູ້ຊົມໃຊ້ໄຟຟ້າ ເພື່ອຮັບຊາບໂດຍມີລາຍລະອຽດລຸ່ມນີ້:

1 Phase 3/9 A ຈາກ 1.900 ກີບ ໃນປີ 2019 ເປັນ 2.100 ກີບ ໃນປີ 2020 ເພີ່ມຂຶ້ນ 200ກີບ

2 Phase 5/40 A ຈາກ 5.600 ກີບ ໃນປີ 2019 ເປັນ 6.100 ກີບ ໃນປີ 2020 ເພີ່ມຂຶ້ນ 500ກີບ

3 Phase 5/80 A ຈາກ 7.100 ກີບ ໃນປີ 2019 ເປັນ 7.800 ກີບໃນປີ 2020 ເພີ່ມຂຶ້ນ 700 ກີບ

4 3Phase ຕໍ່ຕົງ ຈາກ 18.600 ກີບໃນປີ 2019 ເປັນ 20.400 ກີບ ໃນປີ 2020 ເພີ່ມຂຶ້ນ 1.800 ກີບ

5 3Phase ຕໍ່ຜ່ານ 0.4 KV.CT ຈາກ 112.300 ກີບ ໃນປີ 2019 ເປັນ 123.600 ກີບ ໃນປີ 2020 ເພີ່ມຂຶ້ນ 1.300 ກີບ

6 3Phase ຕໍ່ຜ່ານ 22 KV.PT & CT ຈາກ 112.300 ກີບ ໃນປີ 2019 ເປັນ 123.600 ກີບ ໃນປີ 2020 ເພີ່ມຂຶ້ນ 1.300ກີບ

7 3Phase ຕໍ່ຜ່ານ 115 KV.PT & CT ຈາກ 112.300 ກີບ ໃນປີ 2019 ເປັນ 123.600 ກີບ ໃນປີ 2020 ເພີ່ມຂຶ້ນ 1.300ກີບ

8 AMR ຕໍ່ຜ່ານ 22 KV.PT & CT ຈາກ 116.700 ກີບ ໃນປີ 2019 ເປັນ 183.400 ກີບ ໃນປີ 2020 ເພີ່ມຂຶ້ນ16.700ກີບ

9 AMR ຕໍ່ຜ່ານ 115 KV.PT & CT ຈາກ 116.700 ກີບ ໃນປີ 2019 ເປັນ 183.400 ກີບ ໃນປີ 2020 ເພີ່ມຂຶ້ນ16.700ກີບ