ລັດຖະມົນຕີກະຊວງສາທາ ເນັ້ນພະນັກງານເອົາໃຈໃສ່ບໍລິການຄົນເຈັບໃຫ້ທົ່ວເຖິງ

185

ເມື່ອວັນທີ 8 ມັງກອນ 2020 ຜ່ານມາ ໃນໂອກາດເຂົ້າຮ່ວມກອງປະຊຸມປະຈໍາປີ ຂອງພະແນກສາທາລະນະສຸກແຂວງ ເຊກອງ, ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງໝໍເມືອງ ທ່າແຕງ ພ້ອມທັງເນັ້ນໜັກໃຫ້ພະນັກງານແພດ-ໝໍ ເອົາໃຈໃສ່ບໍລິການຄົນເຈັບ ທີ່ເຂົ້າມາປິ່ນປົວໃຫ້ທົ່ວເຖິງ. ໂດຍການຕ້ອນຮັບຂອງ ທ່ານ ກໍລະກັນ ບຸດສະບາ ຫົວໜ້າຫ້ອງການສາທາລະນະສຸກເມືອງ ທ່າແຕງ ພ້ອມດ້ວຍຄະນະ.

ເຊິ່ງໃນການລົງເຄື່ອນໄຫວຢ້ຽມຢາມໂຮງໝໍຄັ້ງນີ້ ລັດຖະມົນຕີກະຊວງສາທາລະນະສຸກໄດ້ພົບປະຄະນະນໍາ ແລະ ພະນັກງານແພດ-ໝໍ ເພື່ອສືບຕໍ່ຜັນຂະຫຍາຍການຮ່ວມມືດ້ານວິຊາການທີ່ມີແລ້ວ ນັ້ນໃຫ້ກວ້າງຂວາງ ແລະ ມີປະສິດທິພາບຫຼາຍຂຶ້ນກ່ວາເກົ່າ ໂດຍສະເພາະ ດ້ານການບໍລິການຂອງພະນັກງານແພດ-ໝໍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທີ່ມາໃຊ້ບໍລິການຢູ່ໂຮງໝໍເມືອງ ກໍຄືການໃຫ້ກຳລັງໃຈແພດ-ໝໍ ແລະ ຄົນເຈັບ. ພ້ອມທັງຕິດຕາມເບິ່ງອຸປະກອນການແພດໃນການຮອງຮັບໃຫ້ແກ່ການບໍລິການປະຊາຊົນໃນຕໍ່ໜ້າ.

ໂອກາດນີ້ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະນໍາສາທາລະນະສຸກທັງຂັ້ນແຂວງ ແລະ ເມືອງ ພ້ອມດ້ວຍພະນັກງານແພດ-ໝໍ ທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າໃນແຕ່ລະໄລຍະ ໂດຍເນັ້ນໃສ່ການບໍລິການປະຊາຊົນຄົນເຈັບທີ່ເຂົ້າມາບໍລິການປິ່ນປົວ ແລະ ອຸປະກອນການແພດ ໂດຍມີເປົ້າໝາຍເພື່ອຍົກລະດັບບຸກຄະລາກອນ ໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະ ມີຄວາມຊ່ຽວຊານໃນວຽກງານດັ່ງກ່າວ.

ຂະນະດຽວກັນນັ້ນ ຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການຮ່ວມມືຄົ້ນຄົ້ວວິໃຈ ວຽກງານສາທາລະນະສຸກລະຫ່ວາງເມືອງ, ແຂວງ ແລະ ກະຊວງໃຫ້ໄດ້ຮັບຜົນດີ ເພື່ອຊອກວິທີຊ່ວຍຄົນເຈັບພາຍໃນທ້ອງຖິ່ນໃຫ້ສອດຄ່ອງຕາມແຜນຍຸດທະສາດ ແລະ ພັດທະນາໃຫ້ເກີດຜົນສູງສຸດ.

ທີ່ມາ: ຂ່າວເມືອງທ່າແຕງ