ບໍລິຄຳໄຊແຈ້ງ! ລົດໃຜເສຍມາພົວພັນເອົາຢູ່ປກສ ແຂວງ, ກຳນົດ 60 ວັນຫຼັງແຈ້ງການ

121

ໂດຍອີງຕາມ ໃບຢັ້ງຢືນຂອງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ສະບັບເລກທີ 825/ກພນ ລົງວັນທີ 1 ພະຈິກ 2019 ກ່ຽວກັບການກວດກາຂໍ້ມູນລົດຈັກ ຈຳນວນ 5 ຄັນ ທີ່ເຈົ້າໜ້າທີ່ຕຳຫຼວດກັກໄດ້ຢູ່ຈຸດກວດກາທາງແບ່ງວຽງຄຳ, ເມືອງປາກກະດິງ ໃນຊ່ວງໄລຍະປີ 2019.

ເປັນພຽງພາບປະກອບຂ່າວ

ສະນັ້ນ, ໃນວັນທີ 9 ມັງກອນ 2019 ກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ຫ້ອງການກອງບັນຊາການ ປກສ ແຂວງ ອອກແຈ້ງການສະບັບເລກທີ 014/ຫກ ລົງວັນທີ 9 ມັງກອນ 2019 ເຖິງບັນດາເຈົ້າຂອງພາຫະນະ ( ປະເພດລົດຈັກ) ເລື່ອງ ໃຫ້ມາພົວພັນເອົາພາຫະນະ (ລົດຈັກ) ຈຳນວນ 5 ຄັນ ທີ່ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍລິຄຳໄຊ ຢຶດໄດ້ ດັ່ງລາຍລະອຽດຕໍ່ໄປນີ້:

ເປັນພຽງພາບປະກອບຂ່າວ

1 ລົດຈັກ ຍີ່ຫໍ້ HONDA ເວບ, ສີແດງດໍາ, ເລກຈັກ HA15E2148257, ເລກຖັງ RP2HA1500Je148257; ປ້າຍທະບຽນ ດຮ 5033/ອຊ, ອອກຊື່ ນາງ ວັນສີ ບ້ານແສງສະຫວ່າງ ( 63 ) ເມືອງໄຊເສດຖາ ແຂວງກໍາແພງນະຄອນ.

2 ລົດຈັກ ຍີ່ຫໍ້ HONDA ເວບ, ສີຂຽວດໍາ, ເລກຈັກ HA15E20217914, ເລກຖັງ RPHA1500He17914; ປ້າຍທະບຽນ ຈຈ 8451 /ອຊ, ອອກຊື່ ນາງ ບຸນທະວີ ບ້ານຂົວເຊ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ. ອອກທະບຽນວັນທີ 03 ຕຸລາ 2016, ໝົດອາຍຸວັນທີ 03 ຕຸລາ 2021.

ເປັນພຽງພາບປະກອບຂ່າວ

3 ລົດຈັກ ຍີ່ຫໍ້ HONDA ເວບ, ສີແດງດໍາ, ເລກຈັກ NF100E8237021, ເລກຖັງ NF1008237021; ປ້າຍທະບຽນ ຈຈ 0181 /ອຊ, ອອກຊື່ທ້າວ ສົມພັນ ອິນທິລາດ ບ້ານແກ້ງເປ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ. ອອກທະບຽນວັນທີ 09 ຕຸລາ 2013 ໝົດດອາຍຸວັນທີ 09 ຕຸລາ 2018.

4 ລົດຈັກ ຍີ່ຫໍ້ HONDA ເວບ, ສີຟ້າດໍ, ເລກຈັກ HA15E2037398, ເລກຖັງ RP2HA150oHe໐37398; ປ້າຍທະບຽນ ດຜ 4508 /ອຊ, ອອກຊື່ ນາງ ແສງຈັນ ສີສຸວັນ ບ້ານສົມສະນຸກ ເມືອງຫາດຊາຍຟອງ ແຂວງກໍາແພງນະຄອນ. ອອກທະບຽນວັນທີ 24 ພຶດສະພາ 2019, ໝົດອາຍຸວັນທີ 24 ພຶດສະພາ 2023.

5 ລົດຈັກ ຍີ່ຫໍ້ HONDA ເວບ, ສີຟ້າດໍາ ເລກຈັກ NF100E8431637, ເລກຖັງ NF 1008431637; ປ້າຍທະບຽນ ຈພ 1698 /ອຊ, ອອກຊື່ ນາງ ໄກສອນ ວິລາວົງ ບ້ານຄໍາແປງ ເມືອງຊະນະສົມບູນ ແຂວງຈໍາປາສັກ. ອອກທະບຽນວັນທີ 08 ພຶດສະພາ 2017 ໝົດອາຍຸວັນທີ 08 ພຶດສະພາ 2022.

ໝາຍເຫດ: ຜູ້ທີ່ຈະມາພົວພັນເອົາລົດຈໍານວນດັ່ງກ່າວ ຕ້ອງມີເອກະສານກ່ຽວກັບລົດ, ຖືກຕ້ອງ ແລະ ຄົບຖ້ວນ ມາພ້ອມ (ໃນໂມງລັດຖະການ) ຢູ່ພະແນກຈະລາຈອນ. ກຳນົດເວລາ 60 ວັນ ນັບແຕ່ມື້ອອກແຈ້ງການ, ຖ້າເຈົ້າຂອງລົດບໍ່ມາພົວພັນເອົາ ໃນວັນເວລາດັ່ງກ່າວທີ່ກຳນົດ ຖືວ່າສະຫຼະສິດ ແລະ ຈະໄດ້ຢຶດເອົາເປັນຂອງລັດ.