ສຶກສາໄວ້ເປັນການດີ! ປ້ອງກັນບັນຫາເມື່ອຕ້ອງການນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ

147

ປັດຈຸບັນ ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການຄຸ້ມຄອງການນໍາເຂົ້າສິນຄ້າຈາກຕ່າງປະເທດ ໜຶ່ງໃນນັ້ນແມ່ນການນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ໂດຍກໍານົດມາດຕະການ ແລະ ລະບຽບການຕ່າງໆອອກມາ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ປະກອບການໃນການນໍາເຂົ້າສິນຄ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເຊິ່ງມື້ນີ້ແອັດໄດ້ຫາຂໍ້ມູນກ່ຽວກັບການກະກຽມທຸກຢ່າງກ່ອນນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າຈາກຕ່າງແດນ ມາໃຫ້ທ່ານຜູ້ອ່ານໄດ້ສຶກສານໍາກັນ.

1 ການປະກອບເອກະສານສໍາລັບການຂໍອະນຸຍາດນໍາເຂົ້າ ປະກອບມີ:

ກ. ໃບຄໍາຮ້ອງຂໍອະນຸຍາດນໍາເຂົ້າ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງກໍານົດ

ຂ. ສໍາເນົາບັດປະຈໍາຕົວ ຫຼື ສໍາມະໂນຄົວ

ຄ. ສໍາເນົາໜັງສືເດີນທາງ(ຖ້າເປັນຄົນຕ່າງປະເທດ)

ງ. ໃບມອບສິດ(ຖ້າໃຫ້ຜູ້ອື່ນມາແລ່ນເອກະສານແທນ); ສໍາເນົາໃບທະບຽນວິສາຫະກິດ.

ສ່ວນເອກະສານເພີ່ມເຕີມອື່ນ ໃນມື້ນໍາສິນຄ້າເຂົ້າຕົວຈິງ ມີດັ່ງນີ້:

ກ. ໃບຢັ້ງຢືນສຸຂະພາບສັດນໍ້າ ຫຼື ສຸຂານາໄມ ຈາກອົງການຄຸ້ມຄອງວຽກງານສັດຕະວະແພດ ຫຼື ປະມົງ ຂອງປະເທດຕົ້ນທາງ

ຂ. ສໍາເນົາໃບຂົນສົ່ງສິນຄ້າ ຫຼື Bill of Lading/Airway Bill ກໍລະນີຂົນສົ່ງທາງທ່າເຮືອ ຫຼື ເຮືອບິນ

ຄ. ໃບຢັ້ງຢືນ CITES ຂອງປະເທດຕົ້ນທາງ ຫຼື ເອກະສານທີ່ກ່ຽວຂ້ອງກັບປະເທດທີສາມ ຖ້າເປັນປະເພດສັດນໍ້າຫວງຫ້າມ ຫຼື ຄວບຄຸມຂອງສາກົນ

ງ. ໃບຢັ້ງຢືນການບໍາບັດ, ຜົນການວິໃຈ ແລະ ການປ້ອງກັນພະຍາດສັດນໍ້າຖ້າມີຄວາມຈໍາເປັນ.

2 ການກະກຽມກ່ອນການນໍາເຂົ້າ ຕ້ອງດໍາເນີນໄປຕາມຂັ້ນຕອນດັ່ງນີ້:

ກ. ພົວພັນເອົາຂໍ້ມູນ, ລະບຽບການ ແລະ ຄໍາຮ້ອງຂໍນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ, ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ, ດ່ານກວດກາສັດຕະວະແພດສາກົນ, ກົມລ້ຽງສັດ ແລະ ການປະມົງ ຫຼື ດາວໂຫຼດເອົາທີ່ເວັບໄຊ້ www.dlf.maf.gov.la ຫຼື www.laotradeportal.gov.la

ຂ. ຍື່ນຄໍາຮ້ອງຕໍ່ກົມລ້ຽງສັດ ແລະ ການປະມົງຢ່າງໜ້ອຍ 15ວັນ ກ່ອນນໍາເຂົ້າ ຕາມແບບພິມທີ່ໄດ້ກໍານົດໄວ້ ເພື່ອໃຫ້ກົມລ້ຽງສັດ ແລະ ການປະມົງ ປະເມີນຄວາມສ່ຽງ ແລະ ພິຈາລະນາ ອອກໃບອະນຸຍາດຕາມແບບພິມ ໂດຍພົວພັນວຽກໃນ 5ວັນລັດຖະການ. ສໍາລັບອາຍຸຂອງໃບອະນຸຍາດນໍາເຂົ້າ ໃຫ້ອີງໃສ່ລະດັບຄວາມສ່ຽງຕາມແຕ່ລະປະເພດ, ຊະນິດ ແລະ ຈໍານວນຂອງສິນຄ້າ ແຕ່ສູງສຸດບໍ່ໃຫ້ເກີນ 90ວັນ

ຄ. ສົ່ງໃບອະນຸຍາດນໍາເຂົ້າ ແລະ ເງື່ອນໄຂເຖິງຜູ້ສົ່ງອອກ ເພື່ອກະກຽມສິນຄ້າ ແລະ ຂໍອະນຸຍາດຈາກອົງການຄຸ້ມຄອງປະມົງຂອງປະເທດຕົ້ນທາງ ໃຫ້ສອດຄ່ອງກັບເງື່ອນໄຂຂອງ ສປປ ລາວ.

ງ. ແຈ້ງເອກະສານ, ວັນ, ເວລາ ທີ່ແນ່ນອນສໍາລັບການນໍາເຂົ້າຕໍ່ດ່ານກວດກາສັດຕະວະແພດສາກົນບ່ອນທີ່ຈະນໍາເຂົ້າຢ່າງໜ້ອຍ 1ວັນ ກ່ອນມື້ນໍາເຂົ້າ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ໂດຍການອອກໃບຢັ້ງຢືນການກວດກາເອກະສານຢູ່ດ່ານ, ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນໃຫ້ຜູ້ຂໍອະນຸຍາດນໍາໄປປະກອບໃຫ້ຖືກຕ້ອງ.

ພຽງເທົ່ານີ້ຖືວ່າສໍາເລັດຂັ້ນຕອນການກະກຽມເອກະສານຕ່າງໆກ່ອນນໍາເຂົ້າສັດນໍ້າ ແລະ ຜະລິດຕະພັນສັດນໍ້າ.

ອ້າງອີງຈາກ: ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ສັດນໍ້າ ແລະ ຜະລິດຕະພັນສັດນໍ້າ ສະບັບເລກທີ 4211/ກປ, ລົງວັນທີ 29 ພະຈິກ 2019