ເຜີຍແຜ່ສົນທິສັນຍາຊີດໍ ແລະ ແຜນປະຕິບັດງານປັກກິ່ງ ຄົບຮອບ 25 ປີ

89

ກອງປະຊຸມສຳມະນາ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາຊີດໍ, ທົບທວນຖະແຫຼງການແຜນປະຕິບັດງານປັກກິ່ງ ຄົບຮອບ 25 ປີ, ປະຫວັດຄວາມຮຸນແຮງຕໍ່ແມ່ຍິງ ໄດ້ຈັດຂຶ້ນໃນວັນທີ 9 ມັງກອນ 2020 ທີ່ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີຜູ້ຕາງໜ້າຈາກຂະແໜງການ ຖວທ ແຂວງ ແລະ ຂະແໜງການອ້ອມຂ້າງຈາກແຂວງບໍລິຄຳໄຊ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ກ່າວວ່າ: ເພື່ອຮັບປະກັນໃຫ້ແມ່ຍິງໄດ້ຮັບສິດ ແລະ ເສລີພາບພື້ນຖານຂັ້ນຕ່າງໆ ຕາມທີ່ລະບຸໄວ້ຕາມແນວທາງນະໂຍບາຍພັກ ກໍຄືກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ແຜນ ຍຸດທະສາດສົ່ງເສີມຄວາມສະເໝີພາບ ຍິງ – ຊາຍ 10 ປີ ( 2016 – 2025 ) ເຊິ່ງຕິດພັນກັບທິດສາມສ້າງຂອງລັດຖະບານ ໂດຍສະເພາະແຜນພັດທະນາແມ່ຍິງໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃຫ້ທົ່ວເຖິງ ແລະ ປະສົບຜົນສຳເລັດເປັນເທື່ອລະກ້າວ ຈຶ່ງມີຄວາມຈໍາເປັນຕ້ອງສ້າງຄວາມເຂົ້າໃຈໃຫ້ກັບບັນດາຂະແໜງການ, ກ່ຽວກັບແນວທາງ ແລະ ພັນທະຕໍ່ສົນທິສັນຍາສາກົນທີ່ ສປປ ລາວ ຮັບຮອງເປັນພາຄີ ເປັນຕົ້ນພາຄີຂອງສົນທິສັນຍາ ວ່າດ້ວຍການຈຳແນກທຸກຮູບແບບຕໍ່ແມ່ຍິງ ( The Convention on Elimination of All Forms of Discrimination against Women) ໃນປີ 1981, ການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ ເຊິ່ງຮັບຮອງເອົາໃນກອງປະຊຸມແມ່ຍິງໂລກ ຄັ້ງທີ IV ໃນປີ 1995.

ເພື່ອຮັບປະກັນໃຫ້ແມ່ຍິງ ໄດ້ຮັບສິດ ແລະ ເສລີພາບຕ່າງໆ ຕາມທີ່ລະບຸໄວ້ໃນຖະແຫຼງການສາກົນອື່ນໆ, ຖະແຫຼງການດັ່ງກ່າວຍັງເປັນຫຼັກການພື້ນຖານໃຫ້ບັນດາປະເທດໃນໂລກ ເພີ່ມທະວີ ຄວາມເອົາໃຈໃສ່ຕໍ່ການປັບປຸງເງື່ອນໄຂຊີວິດການເປັນຢູ່ຂອງແມ່ຍິງໃຫ້ດີຂຶ້ນ ເຊິ່ງເປັນຈຸດເລີ່ມຕົ້ນໃນການພິຈາລະນາ ແລະ ຮັບຮອງເອົາແນວທາງນະໂຍບາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບການປົກປ້ອງສິດທິຂອງແມ່ຍິງໂດຍຊອບທຳໃນປະເທດຂອງຕົນ.

ກອງປະຊຸມໃນຄັ້ງນີ້ເປັນສ່ວນໜຶ່ງໃນການຍົກລະດັບຄວາມເຂົ້າໃຈໃຫ້ບັນດາທ່ານຜູ້ເຂົ້າຮ່ວມທັງໝົດ ກ່ຽວກັບແຜນພັດທະນາແຫ່ງຊາດ ເພື່ອສົ່ງເສີມ ຄວາມສະເໝີພາບຍິງ – ຊາຍ ແລະ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ, ໄດ້ຮຽນຮູ້ ແລະ ເຂົ້າໃຈແຈ້ງຕື່ມ ກ່ຽວກັບການປະຕິບັດສິດສະເໝີພາບ ຍິງ – ຊາຍ,ໃນການສ້າງທຸກເງື່ອນໄຂໃຫ້ແມ່ຍິງໄດ້ເຂົ້າຮ່ວມເຄື່ອນໄຫວໃນທຸກຂົງເຂດທາງດ້ານການເມືອງ, ເສດຖະກິດ – ສັງຄົມ ແລະ ເຂົ້າເຖິງສິດຜົນປະໂຫຍດຕ່າງໆທີ່ແມ່ຍິງຍັງບໍ່ທັນໄດ້ຮັບການປະຕິບັດຢ່າງຍຸຕິທຳ.