ປະໂຫຍດດີໆ!! ຈາກການກິນໄຂ່ລວກຕອນເຊົ້າທຸກມື້

174

ໃນທຸກໆມື້ກ່ອນອອກໄປເຮັດວຽກ ທ່ານເລີ່ມຕົ້ນເຂົ້າເຊົ້າ ແລະ ຕື່ມກະເພາະທີ່ວ່າງເປົ່າຂອງທ່ານດ້ວຍຫຍັງແດ່? ຜົນການວິໄຈຈາກມະຫາວິທະຍາໄລຫລຸຍເຊຍນ່າ ຂອງອາເມລິກາ ລະບຸວ່າ: ໂປຣຕິນຈາກໄຂ່ຊ່ວຍຫລຸດຄວາມຢາກອາຫານ ແລະ ເຮັດໃຫ້ຮູ້ສຶກອີ່ມດົນ, ການເລີ່ມຕົ້ນເຂົ້າເຊົ້າຂອງທ່ານໂດຍອາຫານຈານໄຂ່ ຈຶ່ງເຮັດໃຫ້ທ່ານເວັ້ນຈາກການມັກກິນຫລິ້ນໃນເວລາອື່ນໄດ້ເປັນຢ່າງດີ.

ການທົດລອງໄດ້ເຮັດຂຶ້ນກັບອາສາສະໝັກທີ່ມີສຸຂະພາບແຂງແຮງດີ 20 ຄົນ ແບ່ງອອກເປັນ 2 ກຸ່ມ, ກຸ່ມທຳອິດໃຫ້ກີນໄຂ່ 2 ໜ່ວຍສ່ວນອີກກຸ່ມໜຶ່ງກິນແຕ່ຊີຣຽວ 1 ຖ້ວຍເປັນເຂົ້າເຊົ້າທຸກມື້ ຕິດຕໍ່ກັນ 1 ອາທິດ ໂດຍໄດ້ຄວບຄຸມໃຫ້ປະລິມານຂອງໂປຣຕິນ, ຄາໂບໄຮເດຣດ ແລະ ໄຂມັນ ໃນອາຫານທີ່ທັງ 2 ກຸ່ມກິນນັ້ນມີເທົ່າໆກັນ.

ຈາກນັ້ນ, ໃນເຂົ້າສວາຍຂອງທັງ 2 ກຸ່ມຈະໄດ້ຮັບອະນຸຍາດໃຫ້ກິນເຂົ້າສວາຍແບບບຸບເຟ່ ລວມທັງເອົາເລືອດຈາກອາສາສະໝັກທັງ 2 ກຸ່ມໄປກວດເບິ່ງນຳ ເລືອດກໍ່ຈະບອກເຖິງເຫດຜົນທີ່ເປັນແບບນັ້ນວ່າ: ກຸ່ມທີ່ກິນໄຂ່ເປັນເຂົ້າເຊົ້າມີ ghrelin ເຊິ່ງຮໍໂມນທີ່ກ່ຽວກັບຄວາມຢາກອາຫານໜ້ອຍກ່ວາອີກກຸ່ມໜຶ່ງ. ໃນຂະນະທີ່ມີຮໍໂມນ PYY ເຊິ່ງເຮັດໜ້າທີ່ກ່ຽວກັບຄວາມຮູ້ສຶກອີ່ມສູງກ່ວາອີກກຸ່ມໜຶ່ງຢ່າງເຫັນໄດ້ແຈ້ງ.

ແນວໃດກໍ່ຕາມ, ຕ້ອງບໍ່ລືມວ່າອາສາສະໝັກທັງ 2 ກຸ່ມນີ້ໄດ້ຮັບການຄວບຄຸມປະລິມານໂປຣຕິນ, ຄາໂບໄຮເດຣດ ແລະ ໄຂມັນໃຫ້ໄດ້ຮັບເທົ່າໆກັນ, ແຕ່ເປັນຫຍັງກຸ່ມທີ່ກີນໄຂ່ຈຶ່ງໄດ້ຮັບຜົນໃນການຄວບຄຸມຄວາມຫີວ ແລະ ຄວາມຮູ້ສຶກຢາກອາຫານທີ່ດີກ່ວາ.

ສ່ວນທີ່ເປັນກຸນແຈສຳຄັນຂອງການຕອບຄຳຖາມນີ້ກໍ່ແມ່ນໂປຣຕິນ ທີ່ເຖິງຈະໄດ້ຮັບການຄວບຄຸມໃຫ້ໄດ້ຮັບຈາກອາຫານທັງ 2 ປະເພດເທົ່າໆກັນ, ແຕ່ໂປຣຕິນຈາກໄຂ່ນັ້ນມີຄຸນນະພາບດີກ່ວາ ຈຶ່ງເຮັດໃຫ້ຮູ້ສຶກອີ່ມດົນ ແລະ ຫິວໜ້ອຍກ່ວາ. ແນວໃດກໍ່ຕາມ, ໄຂ່ບໍ່ໄດ້ເປັນອາຫານທີ່ເຮັດໃຫ້ນຳ້ໜັກຫລຸດລົງໄດ້, ແຕ່ກໍ່ຊ່ວຍໃຫ້ຜູ້ທີ່ກຳລັງຄວບຄຸມນຳ້ໜັກຫລຸດພຶດຕິກຳການກິນຫລິ້ນ ແລະ ຈົດຈໍ່ກັບອາຫານຄວບຄຸມໃນເຂົ້າຄາບຫລັກຂອງໂຕເອງໄດ້ຫລາຍຂຶ້ນ