ໝາກກ້ວຍຕາກແຫ້ງ

229

ໃນສະໄໝກ່ອນມັກຈະເຫັນຜູ້ເຖົ້າຜູ້ແກ່ເພິ່ນເຮັດເປັນຂອງຫວານໄວ້ກິນ ເຊິ່ງການເຮັດກ້ວຍຕາກແຫ້ງສິ່ງທີ່ສຳຄັນຄືຕ້ອງອາໄສແສງແດດ ເຖິງວ່າຈະໃຊ້ເວລາໃນການຕາກຫຼາຍມື້ແຕ່ກໍກຸ້ມຄ່າກັບຄວາມເມື່ອຍ ເພາະຈະໄດ້ລົດຊາດ ຄວາມຫວານທີ່ເປັນທຳມະຊາດ, ປອດໄພ ແລະ ບໍ່ມີສານພິດໃດໆມາເຈືອປົນ.

ສ່ວນປະສົມ:

1 ໝາກກ້ວຍນ້ຳ.

2 ເກືອເລັກໜ້ອຍ.

3 ນ້ຳສະອາດ.

ວິທີຕາກໝາກກ້ວຍ:

ການຕາກໝາກກ້ວຍຕ້ອງໃຊ້ໝາກກ້ວຍທີ່ເປັນໜ່ວຍສຸກ ແລະ ໝາກຕື່ງ ຈຶ່ງນຳມາປອກເປືອກແລ້ວນຳໄປຕາກແດດປະມານ 5 ມື້ ໂດຍປີ້ນເບື້ອງໃຫ້ມັນແຫ້ງສະເໝີກັນ ແລະ ໃນມື້ທີ 6 ແມ່ນໃຫ້ລະລາຍເກືອໃສ່ນ້ຳຈາງໆແລ້ວນຳໝາກກ້ວຍໄປລ້າງໃນນ້ຳເກືອ.

ຫຼັງຈາກນັ້ນ, ນຳໄປຕາກແດດຕື່ມອີກປະມານ 1 – 2 ມື້ ຫຼື ຈົນໝາກກ້ວຍແຫ້ງໄດ້ທີ່, ເມື່ອໝາກກ້ວຍແຫ້ງແລ້ວເກັບໃສ່ໝໍ້ ແລະ ປິດຝາໃຫ້ແຈບປະໄວ້ 1 ຄືນ ເພື່ອໃຫ້ນ້ຳຕານຈາກໝາກກ້ວຍຊຶມອອກມາ ( ຈະໄດ້ໝາກກ້ວຍທີ່ເງົາງາມ ແລະ ບໍ່ແຫ້ງຈົນເກີນໄປ ).

ເທົ່ານີ້ກໍຮຽບຮ້ອຍເກັບໃສ່ແກ້ວ ຫຼື ພາຊະນະທີ່ຕ້ອງການ ແລ້ວປິດຝາໃຫ້ແຈບເພື່ອປ້ອງກັນແມງມອດ ( ສາມາດເກັບໄວ້ໃນຕູ້ເຢັນໄດ້ ).

( ຂໍ້ມູນຈາກ: cooking.kapook.com )

( ຮຽບຮຽງ: ນຸ້ມນິ້ມ )