7 ສິ່ງທີ່ຄວນຮູ້ເມື່ອເກີດລູກກ່ອນກຳນົດ

97

1 ຂໍ້ຄວນລະວັງ: ຖ້າເດັກນ້ອຍເກີດກ່ອນກຳນົດເມື່ອກັບເຮືອນແລ້ວມີອາການຕົວຮ້ອນ, ເປັນໄຂ້, ຕົວເຫຼືອງ, ຕາເຫຼືອງ, ດູດນົມໄດ້ນ້ອຍ ຫຼື ບໍ່ດູດນົມເລີຍຄວນພາໄປພົບແພດທັນທີ.

2 ການເບິ່ງແຍງລູກນ້ອຍ: ການເບິ່ງແຍງເດັກເກີດກ່ອນກຳນົດຈຳເປັນຕ້ອງລະມັດລະວັງເປັນພິເສດຫຼາຍກວ່າເດັກທີ່ເກີດຕາມກຳນົດ ເພາະເດັກນ້ອຍມີໂອກາດທີ່ຈະຕິດເຊື້ອຕ່າງໆໄດ້ງ່າຍ ເນື່ອງຈາກລະບົບພູມຄຸ້ມກັນຍັງບໍ່ເຂັ້ມແຂງ ພໍ.

3 ຈຳກັດປະລິມານຄົນເຂົ້າຢ້ຽມຢາມ: ໃນໄລຍະ 3 ເດືອນທຳອິດທ່ານຄວນຈຳກັດຄົນທີ່ມາຢ້ຽມຢາມ ໂດຍສະເພາະແມ່ນຄົນທີ່ກຳລັງເຈັບໄຂ້ ຫຼື ຜູ້ທີ່ມີພະຍາດປະຈຳຕົວແມ່ນງົດການໃຫ້ຢ້ຽມຢາມໄວ້ກ່ອນ ເພື່ອເປັນການປ້ອງກັນຄວາມສ່ຽງທີ່ຈະຕິດເຊື້ອຕ່າງໆ, ທ່ານອາດແຈ້ງໃຫ້ຍາດພີ່ນ້ອງເພື່ອນຝູງຂອງທ່ານຊາບເຖິງສາເຫດ ແລະ ຄວນບອກພວກເຂົາວ່າຂໍເວລາອີກບໍ່ດົນພວກທ່ານຈະໄດ້ຊື່ນຊົມຫຼານນ້ອຍແນ່ນອນ.

4 ຫຼີກເວັ້ນການພາລູກໄປສະຖານທີ່ສາທາລະນະ: ຖ້າບໍ່ມີຄວາມຈຳເປັນແທ້ໆບໍ່ຄວນພາລູກນ້ອຍອອກໄປນອກເຮືອນ.

5 ສຳຜັດຜິວຕໍ່ຜິວ: ມີການວິໄຈທີ່ພົບວ່າການອູ້ມລູກແບບຈິງໂຈ້ ໂດຍອູ້ມລູກແນບໃສ່ເອິກພໍ່ແມ່ເພື່ອໃຫ້ຜິວຂອງລູກໄດ້ສຳຜັດຜິວຂອງພໍ່ແມ່ໂດຍກົງ ຈະຊ່ວຍກະຕຸ້ນພັດທະນາການ ແລະ ສຸຂະພາບໂດຍລວມຂອງລູກ ພ້ອມສ້າງສາຍສຳພັນລະຫວ່າງພໍ່ແມ່ລູກນຳ.

6 ສະພາບແວດລ້ອມ ແລະ ຄວາມສະອາດ: ອາກາດພາຍໃນເຮືອນຄວນຖ່າຍເທສະດວກ, ບໍ່ອັບຊຸ່ມ ແລະ ຮັກສາ ຄວາມສະອາດພາຍໃນເຮືອນເປັນປະຈຳ.

7 ໃຫ້ລູກດື່ມນົມແມ່: ນ້ຳນົມແມ່ມີຄຸນສົມບັດຊ່ວຍໃຫ້ລູກທີ່ເກີດກ່ອນກຳນົດແຂງແຮງໄວຂຶ້ນ.

( ຂໍ້ມູນຈາກ: Mom and baby.com )

( ຮຽບຮຽງ: ນຸ້ມນິ້ມ )