ລະດູແລ້ງເລືອກປູກພືດ 9 ຊະນິດນີ້ເພື່ອປະຢັດນໍ້າ

293

ກ້າວເຂົ້າສູ່ປີ 2020 ດ້ວຍໄພແລ້ງທີ່ມາໄວກວ່າທຸກປີ ທັງທີ່ຍັງຢູ່ໃນໄລຍະເດືອນມັງກອນ, ແຕ່ປະຊາຊົນຫຼາຍຂົງເຂດເລີ່ມພົບກັບໄພແຫ້ງແລ້ງມາແຕ່ທ້າຍປີຜ່ານມາ. ເຖິງຢ່າງໃດກໍຕາມ, ຕໍ່ກັບສະພາບການດັ່ງກ່າວເຮົາບໍ່ສາມາດກໍານົດໃຫ້ສະພາບອາກາດ ຫຼື   ລະດູການຕ່າງໆເປັນໄປຕາມຄວາມຕ້ອງການໄດ້.

ດັ່ງນັ້ນ, ສິ່ງທີ່ຄົນເຮົາເຮັດໄດ້ແມ່ນຕ້ອງປັບຕົວ ແລະ ຫາວິທີທາງແກ້ໄຂໄປກັບສະພາບແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດແບບນີ້ ໂດຍສະເພາະແມ່ນຊາວກະສິກອນຜູ້ທໍາການຜະລິດທີ່ມີນໍ້າເປັນປັດໄຈສໍາຄັນ ຍິ່ງຕ້ອງມີເຕັກນິກວິທີການ ຫຼື ຄັດເລືອກຊະນິດພັນພືດທີ່ສາມາດຮັບມືກັບລະດູແລ້ງໄດ້.

ມື້ນີ້ຜູ້ຂຽນໄດ້ຮຽບຮຽງເອົາພືດຈໍານວນ 9 ຊະນິດ ທີ່ເໝາະແກ່ການປູກໃນລະດູແລ້ງ ເນື່ອງຈາກເປັນພືດທີ່ຕ້ອງການນໍ້າໜ້ອຍມາໃຫ້ທ່ານຜູ້ອ່ານໄດ້ນໍາໄປເປັນທາງເລືອກໜຶ່ງໃນການທົດລອງປູກພືດເຫຼົ່ານີ້ນໍາກັນ.

ພືດ 9 ຊະນິດ ທີ່ຕ້ອງການນໍ້າໜ້ອຍເໝາະແກ່ການປູກໃນລະດູແລ້ງ ມີຄື:

1 ຂ່າ: ເປັນພືດທີ່ນິຍົມປູກໂດຍທົ່ວໄປ ຫຼື ອາດມີຢູ່ທຸກຄົວເຮືອນກໍເປັນໄດ້ ບາງຄອບຄົວກໍປູກພຽງເພື່ອບໍລິໂພກພາຍໃນຄອບຄົວ, ບາງຄອບຄົວກໍປູກຂາຍໄດ້ ແລະ ສິ່ງສໍາຄັນມັນປູກງ່າຍ, ທົນແລ້ງ, ສາມາດຈະເລີນເຕີບໂຕໃນທຸກສະພາບໄດ້ດີ, ແຕ່ຫຼີກເວັ້ນເຂດທີ່ມີນໍ້າຖ້ວມຂັງຫຼາຍ.

2 ໝາກຫຸ່ງ: ພົບເຫັນຫຼາຍແນ່ນອນໃນປະເທດເຮົາ ເຊັ່ນດຽວກັນກັບຂ່າມີທັງປູກໄວ້ບໍລິໂພກໃນຄອບຄົວ ແລະ ຂາຍເປັນສິນຄ້າ ເຊິ່ງໝາກຫຸ່ງຈັດຢູ່ໃນປະເພດພືດລົ້ມລຸກ, ໃຊ້ນໍ້າໜ້ອຍ, ທົນແລ້ງ, ປູກໄດ້ທຸກພື້ນທີ່.

3 ໝາກງາ: ພົບເຫັນເປັນສ່ວນໜ້ອຍຈະພົບເຫັນເປັນສ່ວນຫຼາຍໃນເຂດຊົນນະບົດທີ່ປູກໄວ້ເພື່ອບໍລິໂພກ ແລະ ຂາຍເປັນສິນຄ້າ ເຊິ່ງໄດ້ລາຄາດີຢູ່ສະເໝີ ແລະ ເປັນພືດທົນແດດທົນແລ້ງ.


4 ສາລີ: ເປັນພືດເສດຖະກິດຊະນິດໜຶ່ງທີ່ລັດຖະບານສົ່ງເສີມປູກຕະຫຼອດມາ ເຊິ່ງທັງສາລີຫວານ ຫຼື ສາລີອາຫານສັດແມ່ນປູກງ່າຍ, ຕ້ອງການນໍ້າໜ້ອຍ ແລະ ທົນແລ້ງໄດ້ດີ.

5 ພືດຕະກຸນຖົ່ວ: ເອີ້ນໄດ້ວ່າຖົ່ວເກືອບທຸກຊະນິດເປັນພືດທີ່ທົນແລ້ງ, ປູກງ່າຍ, ດູແລງ່າຍແນ່ນອນວ່າເໝາະໃນໄລຍະລະດູແລ້ງ ແລະ ນໍ້າໜ້ອຍແບບນີ້.

6 ຫວ້ານຫາງແຂ້: ຍັງບໍ່ຄ່ອຍພົບເຫັນການປູກເປັນສິນຄ້າໃນບ້ານເຮົາ ອາດມີພຽງການປູກໄວ້ຕາມບ້ານເຮືອນພຽງເລັກໜ້ອຍ ເຊິ່ງພືດຊະນິດນີ້ມີປະໂຫຍດຫຼາກຫຼາຍຢ່າງ ແລະ ຍັງທົນແລ້ງ, ໃຊ້ນໍ້າພຽງເລັກໜ້ອຍໃນການຈະເລີນເຕີບໂຕ.

7 ໜໍ່ໄຜ່: ເປັນໜໍ່ໄມ້ທີ່ສາມາດນໍາມາປູກໄວ້ຕາມບ້ານເຮືອນ ເນື່ອງຈາກໃຊ້ນໍ້າໜ້ອຍຫຼາຍໃນການຈະເລີນເຕີບໂຕ ເຊິ່ງສ່ວນຫຼາຍຄົນລາວເຮົາຈະນິຍົມປູກໄວ້ເພື່ອໃຫ້ເປັນຮົ່ມໃນສວນ.

8 ດອກດາວເຮືອງ: ບ້ານເຮົາເລີ່ມມີເຂົ້າມາແລ້ວສໍາລັບທຸລະກິດການປູກດອກດາວເຮືອງຂາຍ ເຊິ່ງໄດ້ລາຄາດີພໍສົມຄວນໂດຍສະເພາະໄລຍະງານບຸນ ຫຼື ເທດສະການສໍາຄັນຕ່າງໆ, ທີ່ສໍາຄັນເປັນພືດປູກງ່າຍ, ທົນແລ້ງ, ໃຊ້ນໍ້າເລັກໜ້ອຍໃນການປູກ ແລະ ຈະເລີນເຕີບໂຕ.

9 ມັນຕົ້ນ: ເປັນອີກໜຶ່ງພືດເສດຖະກິດຂອງລາວເຊັ່ນກັນທີ່ສົ່ງອອກໄປຕ່າງປະເທດ ເຮັດໃຫ້ປະຊາຊົນມີລາຍຮັບ. ຂໍ້ດີຂອງພືດຊະນິດນີ້ທີ່ທຸກຄົນຮູ້ດີຢູ່ແລ້ວວ່ານັບຕັ້ງແຕ່ປູກຈົນຮອດເວລາເກັບກ່ຽວບໍ່ຈໍາເປັນຕ້ອງໃຊ້ນໍ້າເລີຍ ຈັດເປັນພືດທົນແລ້ງໄດ້ດີຫຼາຍ.

( ຂໍ້ມູນຈາກ: ຮັກບ້ານເກີດ )