ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສືບຕໍ່​ເຄື່ອນໄຫວຢ້ຽມຢາມແຂວງຢຸນນານ ສປ ຈີນ

156

ການເຄຶ່ອນໄຫວຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ, ໃນລະຫວ່າງວັນທີ 05-09 ມັງກອນ 2020, ໃນຕອນເຊົ້າຂອງວັນທີ 09 ມັງກອນ 2020, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມ ກຸ່ມບໍລິສັດກະສິກຳ ຢຸນນານ, ຊຶ່ງບໍລິສັດດັ່ງກ່າວໄດ້ສ້າງຕັ້ງແຕ່ປີ 1951 ແລະ ກໍໄດ້ຮັບການພັດທະນາປັບປຸງການຄຸ້ມຄອງບໍລິຫານມາໂດຍຕະຫຼອດ.

ເລີ່ມແຕ່ປີ 2014 ເປັນຕົ້ນມາ, ກຸ່ມບໍລິສັດນີ້ ໄດ້ແຍກອອກຈາກກຸ່ມບໍລິສັດໃຫຍ່ເຂົ້າສູ່ລະບົບເສດຖະກິດ ຢ່າງເປັນເອກະລາດ ແລະ ໄດ້ດຳເນີນກິດຈະການທາງດ້ານກະສິກຳຢູ່ແຂວງຢຸນນານ ໂດຍໄດ້ເປັນບໍລິສັດວິສາຫະກິດລະດັບຊາດ ໃນຂົງເຂດກະສິກຳ ເຊັ່ນ: ການພັດທະນາຜະ ລິດຕະພັນສີຂຽວ, ຊັບພະຍາກອນກະສິກຳ ແລະ ປ່າໄມ້, ການບໍລິການດ້ານກະສິກຳ. ຄະນະ ໄດ້ສືບຕໍ່ຢ້ຽມຢາມສະ​ຖາບັນວິຊາຊີບ ແລະ ເຕັກນິກທາງລົດໄຟຄຸນໝິງ, ຊຶ່ງເປັນສະຖາບັນແຫ່ງດຽວຂອງລັດໃນແຂວງຢຸນນານ. ສະຖາບັນດັ່ງກ່າວ ໄດ້ສ້າງເປັນສູນສ້າງບຸກຄະລາກອນຂັ້ນວິຊາຊີບ ກ່ຽວກັບ ທາງລົດໄຟ ແລະ ລົດໄຟທີ່ນຳໃຊ້ພາຍໃນຕົວເມືອງ​ຄຸນໝິງ ໂດຍໄດ້ຮັບການຊີ້ນຳໂດຍກົງຈາກພະແນກສຶກສາຂອງແຂວງຢຸນນານ. ສະຖາບັນແຫ່ງນີ້ ໄດ້ແບ່ງອອກເປັນ 16 ສາຂາວິຊາຮຽນ ແລະ ໄດ້ແບ່ງອອກເປັນ 04 ກຸ່ມໃຫຍ່ ເຊັ່ນ: ການຂົນສົ່ງທາງລົດໄຟ, ຫົວລົດໄຟ, ການສ້ອມແປງລົດໄຟ ແລະ ລະບົບໄຟຟ້າ.

ຕະຫຼອດໄລຍະ 61 ປີ ຜ່ານມາ, ສະຖາບັນແຫ່ງນີ້ ໄດ້ສ້າງບຸກຄະລາກອນຕອບສະໜອງໃຫ້ທາງລົດໄຟໃນຕົວເມືອງ ຈຳນວນ 30.000 ກວ່າຄົນ, ໃນນັ້ນປີ 2019 ຍັງໄດ້ຝຶກອົບຮົມໃຫ້ແກ່ພາກທຸລະກິດ, ຊຶ່ງມີຜູ້ເຂົ້າຮ່ວມ ຈຳນວນ 5000 ກວ່າຄົນ ແລະ ໄດ້ຈັດຝຶກອົບຮົມວິຊາການເຕັກນິກທາງລົດໄຟອາຊີຕາເວັນອອກສຽງໃຕ້ ທີ່ນອນຢູ່ໃນໂຄງການຂອງພະແນກການຄ້າແຂວງຢຸນນານ, ໃນນີ້ ມີຜູ້ເຂົ້າຮ່ວມຈາກ ປະເທດລາວ, ມຽນມາ ແລະ ໄທ ຈຳນວນ 15 ຄົນ (ເປັນການຝຶກອົບຮົມໄລຍະສັ້ນ 15 ວັນ).

ເລີ່ມແຕ່ປີ 2020 ເປັນຕົ້ນໄປ ສະຖາບັນແຫ່ງນີ້, ໄດ້ຂຶ້ນແຜນຝຶກອົບຮົມໃຫ້ຄູອາຈານ ເພື່ອຮອງຮັບໃນການສິດສອນໃຫ້ແກ່ນັກສຶກສາລາວ ຈຳນວນ 600 ຄົນ, ຊຶ່ງຈະແບ່ງອອກເປັນ 3 ງວດ, ຈາກນັ້ນ ຄະນະຜູແທນລາວ ກໍໄດ້ສືບຕໍ່ຢ້ຽມຢາງກຸ່ມບໍລິສັດລົງທຶນ ແລະ ກໍ່ສ້າງແຂວງຢຸນນານຫຸ້ນສ່ວນ ຈຳກັດ, ທີ່ໄດ້ມີການລົງທືນໃນ ສປປ ລາວ ເຊັ່ນ: ໂຄງການທາງດ່ວນ ວຽງຈັນ-ວັງວຽງ, ໂຄງການເຂດເສດຖະກິດພິເສດໄຊເສດຖາກວມລວມ ແລະ ສູນການຄ້າວຽງຈັນເຊັນເຕີ.

ຂ່າວ,​ພາບ: ກົມຂ່າວ ກະຊວງການຕ່າງປະເທດ