ສປປ ລາວ ກຽມຮັບກຽດເປັນເຈົ້າພາບຈັດເພາະກາຍຊີງແຊັມອາຊຽນ 2020

154

ສະຫະພັນກີລາເພາະກາຍອາຊຽນ ມອບໝາຍໃຫ້ກັບ ສະຫະພັນເພາະກາຍແຫ່ງຊາດລາວ ເປັນເຈົ້າພາບຈັດການແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 17 (South East Asian 17th Bodybuilding and Physique Sport Championships) ຄາດຈະຈັດຂຶ້ນລະຫວ່າງວັນທີ 11-16 ມິຖຸນາ ປີ 2020 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.

ສະຫະພັນກີລາເພາະກາຍແຫ່ງຊາດລາວ ຢືນຢັນເມື່ອວັນທີ 7 ມັງກອນ 2020 ວ່າ: ການອະນຸມັດຄັ້ງນີ້ ຜ່ານການຕົກລົງເຫັນດີເປັນເອກະສັນໃນກອງປະຊຸມໃຫຍ່ປະຈຳປີຂອງສະຫະພັນເພາະກາຍອາຊີ (Asian Bodybuilding and Physique Sport Federation) ທີ່ບາຕໍ້າ, ປະເທດອິນໂດເນເຊຍ ເມື່ອເດືອນກັນຍາປີ 2019 ກ່ອນທີ່ທາງສະຫະພັນເພາະກາຍອາຊຽນ ຈະສົ່ງໃບແຈ້ງການໃຫ້ກັບທາງ ສະຫະພັນເພາະກາຍແຫ່ງຊາດລາວ ໃນວັນທີ 2 ມັງກອນ 2020.

ສໍາລັບ ການເປັນເຈົ້າພາບຄັ້ງນີ້ເປັນຄັ້ງທຳອິດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບງານຊີງແຊັມລະດັບອາຊຽນ ຫຼັງປະສົບຜົນສຳເລັດການແຂ່ງຂັນພາຍໃນທີ່ມີມາດຖານລະດັບສາກົນ ລວມເຖິງມີຜົນງານການເຂົ້າຮ່ວມແຂ່ງຂັນລະດັບນາໆຊາດຫຼາຍລາຍການ ເຊິ່ງເປັນໂອກາດທີ່ດີທີ່ ວົງການເພາະກາຍລາວ ຈະໄດ້ສະແດງສັກກະຍະພາບ ແລະ ຄວາມສາດມາດໃນການເປັນເຈົ້າພາບງານນີ້ ເພື່ອຕໍ່ຍອດສູ່ການຊີງສິດເປັນເຈົ້າພາບງານລະດັບທະວີບ ແລະ ລະດັບໂລກຕໍ່ໄປໃນອະນາຄົດ.