ຈີນກວດພົບພະຍາດປອດອັກເສບບໍ່ຮູ້ສາເຫດ ທີ່ອາດເປັນໄວຣັສໂຄໂຣນາຊະນິດໃໝ່

92

ອົງການອະນາໄມໂລກສົມມຸດຕິຖານວ່າ ເຊື້ອໄວຣັສເຊິ່ງເປັນສາເຫດຂອງ “ພະຍາດປອດອັກເສບແບບບໍ່ຮູ້ສາເຫດ” ຈົນມີຜູ້ປ່ວຍ ກວ່າ 50 ຄົນ ໃນປະເທດຈີນ ອາດຈະເປັນ “ເຊື້ອໄວຣັສໂຄໂຣນາ” ຊະນິດໃໝ່.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນພະຫັດ ທີ 9 ມັງກອນ ວ່າ ອົງການອະນາໄມໂລກ (WHO) ໄດ້ຖະແຫຼງການເມື່ອວັນພຸດ ກ່ຽວກັບການແຜ່ລະບາດຂອງ “ພະຍາດປອດອັກເສບທີ່ບໍ່ຮູ້ສາເຫດ” ໃນເມືອງອູຮັ່ນ ເມືອງເອກຂອງມົນທົນເຫີເປີ່ຍ ວ່າ ມີຄວາມເປັນໄປໄດ້ທີ່ຈະເປັນ “ເຊື້ອໄວຣັສໂຄໂຣນາ” ຊະນິດໃໝ່ ອີງຕາມຂໍ້ມູນຈາກບົດລາຍງານເບື້ອງຕົ້ນທາງດ້ານພະຍາດວິທະຍາຂອງລັດຖະບານຈີນ ໂດຍກ່າວວ່າ “ບໍ່ແມ່ນໄຂ້ຫວັດໃຫຍ່, ໄຂ້ຫວັດສັດປີກ, ເຊື້ອໄວຣັສອຸດິໂນ ແລະ ອາການເກີດຂຶ້ນກະທັນຫັນແບບຮ້າຍແຮງກັບລະບົບທາງເດີນຫາຍໃຈ ບໍ່ວ່າຈະເປັນ ພະຍາດປະເພດ SARS ຫຼື ປະເພດ MERS.

ເນື້ອໃນຂອງຖະແຫຼງການລະບຸວ່າ ການແຜ່ລະບາດຂອງໄວຣັສ MERS ສາມາດເກີດຂື້ນເປັນໄລຍະ ໂດຍຍົກຕົວຢ່າງການລະບາດພະຍາດປະເພດ SARS ເມື່ອປີ 2002 ແລະ ການລະບາດຢ່າງໜັກຂອງພະຍາດປະເພດ MERS ໃນຕາເວັນອອກກາງ ເມື່ອປີ 2012 ເຊິ່ງປະເພດຫຼັງ ໄດ້ຮັບການຢືນຢັນວ່າ ເປັນກຸ່ມອາການຕິດເຊື້ອຢ່າງຮ້າຍແຮງໃນລະບົບທາງເດີນຫາຍໃຈ ຈາກເຊື້ອໄວຣັສຊະນິດໃໝ່. ທັງນີ້ ອົງການອະນາໄມໂລກເຊື່ອວ່າ ເຊື້ອໄວຣັສທີ່ກຳລັງລະບາດຢູ່ເມືອງອູຮັ່ນນັ້ນ “ບໍ່ແມ່ນພະຍາດທີ່ຕິດຕໍ່ກັນງ່າຍ” ລະຫວ່າງຄົນກັບຄົນ. ຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຕ້ອງໄດ້ຮັບການກວດກາຢ່າງລະອຽດເພື່ອຂະຫຍາຍຜົນອີກຄັ້ງ.

ຂະນະທີ່ ໂທລະພາບຂອງຈີນ (CCTV) ລາຍງານວ່າ “ພະຍາດປອດອັກເສບທີ່ບໍ່ຮູ້ສາເຫດ” ກຳລັງແຜ່ລະບາດຢູ່ເມືອງ ອູຮັ່ນ “ເປັນເຊື້ອໄວຣັສໂຄໂຣນາຊະນິດໃໝ່” ແລະ ໃຫ້ຂໍ້ມູນກ່ຽວກັບຄົນປ່ວຍ ວ່າ ມີຢ່ຢ່າງໜ້ອຍ 59 ຄົນ ຕັ້ງແຕ່ເດືອນທັນວາ 2019 ເປັນຕົ້ນມາ ຈົນຮອດວັນທີ 5 ມັງກອນ 2020 ແຕ່ຜົນການກວດກາ ແລະ ຕິດຕາມເຊື້ອພະຍາດພົບວ່າ ອາດຈະມາຈາກຕະຫຼາດຈຳໜ່າຍອາຫານທະເລແຫ່ງໜຶ່ງໃນເມືອງອູຮັ່ນ ແຕ່ໄດ້ມີການປິດພື້ນທີ່ເພື່ອອະນາໄມ ແລະ ຂ້າເຊື້ອແລ້ວ.