ຮີບຮ້ອນໃຫ້ທັນລະດູການ! ເມືອງຫີນບູນເລັ່ງປັກດໍານາແຊງຄາດສໍາເລັດທ້າຍເດືອນນີ້

167

ຊາວກະສິກອນໃນ ເມືອງຫີນບູນ ແຂວງຄໍາມ່ວນ ລົງມືປັກດຳເຂົ້ານາແຊງສໍາເລັດແລ້ວ 75% ພ້ອມສູ້ຊົນຈະໃຫ້ສຳເລັດ 100% ໃນທ້າຍເດືອນມັງກອນ 2020 ຫຼັງເລີ່ມຂະບວນການເຮັດນາແຊງມາແຕ່ທ້າຍເດືອນພະຈິກ 2019.

ທ່ານ ກວາງທອງ ກົມມະເກດ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫີນບູນ ແຂວງຄຳມ່ວນ ກ່າວວ່າ: ໃນລະດູນາແຊງສົກປີ 2019-2020 ເມືອງຫີນບູນ ມີເນື້ອທີ່ແຜນການ 1.000 ເຮັກຕາ ໃນ 25 ໂຄງການຊົນລະປະທານ ເຊິ່ງຄະນະນໍາຂັ້ນເມືອງ ກໍ່ຄືຂະແໜງການກ່ຽວຂ້ອງ ກໍ່ໄດ້ລົງຊຸກຍູ້ປຸກລະດົມໃຫ້ພໍ່ແມ່ປະຊາຊົນ ໄດ້ມີຄວາມຕື່ນຕົວໃນການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າໃຫ້ເປັນຂະບວນການຟົດຟື້ນ ພ້ອມປະກອບສ່ວນໃນການປັບປຸງ, ສ້ອມແປງລະບົບຊົນລະປະທານ, ຄອງເໝືອງຕ່າງໆເພື່ອເຮັດໃຫ້ການຜະລິດ ໄດ້ຖ່ວງທັນກັບລະດູການ, ຮັບປະກັນການສະໜອງນໍ້າໄດ້ຢ່າງພຽງພໍຕາມເນື້ອທີ່ຄາດຄະເນໄວ້.

ເຊິ່ງຊາວກະສິກອນ ແມ່ນໄດ້ເລີ່ມລົງມືຕົກກ້າແຕ່ວັນທີ 24 ພະຈິກ 2019 ແລະ ເລີ່ມລົງມືການປັກດຳໃນທ້າຍເດືອນທັນວາ ມາຮອດປະຈຸບັນແມ່ນສາມາດປັກດຳໄດ້ແລ້ວ 700 ກວ່າເຮັກຕາ ຫຼືເທົ່າກັບ 75% ຂອງເນື້ອທີ່ຕາມແຜນການ, ຄາດວ່າຈະໃຫ້ສຳເລັດການປັກດຳ 100% ໃນທ້າຍເດືອນມັງກອນ 2020 ນີ້.

ສ່ວນການຜະລິດພືດລະດູແລ້ງ ຕາມເນື້ອທີ່ແຜນການ 1.700 ກວ່າເຮັກຕາ ສະເພາະປີນີ້ແມ່ນເຫັນວ່າພໍ່ແມ່ປະຊາຊົນມີຄວາມຕື່ນຕົວໃນການປະກອບອາຊີບປູກຝັງ ແລະ ຜະລິດເປັນສິນຄ້າ ເຊິ່ງໃນນັ້ນອັນທີ່ພົ້ນເດັ່ນແມ່ນການປູກຢາສູບຂອງປະຊາຊົນ ບ້ານແມງ ເຊິ່ງມີເນື້ອທີ່ປະມານ 35 ເຮັກ ປັດຈຸບັນແມ່ນກຳລັງລົງມືເກັບກ່ຽວ, ສ່ວນພືດຜັກອື່ນໆ ກໍ່ເຫັນວ່າເປັນຂະບວນຟົດຟື້ນ ໂດຍສະເພາະການປູກມັນຕົ້ນ, ໝາກຖົ່ວ, ໝາກແຕງ, ສາລີ ແລະ ພືດຜັກຕ່າງໆ.

ຂໍ້ມູນຈາກ: Media Laos